ຄົນງານລາວຖືກຕັດສິນ ໂທດໜັກ

ທ້າວ ສຸການ ໃຈທັດ ນາງ ຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ມີຂ່າວວ່າ ໄດ້ຖືກຕັດສິນ ລົງໂທດໜັກໄປແລ້ວ ແຕ່ທາງການລາວ ຍັງມິດງຽບ
ທ້າວ ສຸການ ໃຈທັດ ນາງ ຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ມີຂ່າວວ່າ ໄດ້ຖືກຕັດສິນ ລົງໂທດໜັກໄປແລ້ວ ແຕ່ທາງການລາວ ຍັງມິດງຽບ (citizen Journalist)

0:00 / 0:00

ພວກພີ່ນ້ອງ ຂອງ ຄົນງານລາວ 3 ຄົນ ທີ່ຖືກທາງການ ສປປລາວ ຈັບຂັງຄຸກ ມາແຕ່ຕົ້ນປີ 2016 ນັ້ນແຈ້ງໃຫ້ ວິທຍຸເອເຊັຍເສຣີ ຮູ້ວ່າ ທັງ 3 ຖືກສານ ຕັດສິນລົງໂທດ ໜັກເມື່ອ ຕົ້ນເດືອນເມສາ ຜ່ານມາຄື: ທ້າວ ສົມພອນ ພິມມະສອນ ຖືກຕັດສິນລົງໂທດ ຈໍາຄຸກ 20 ປີ, ທ້າວສຸການ ໃຈທັດ 18 ປີ ແລະ ນາງຫຼອດຄໍາ ທໍາມະວົງ 12 ປີ. ຄົນງານທັງ 3 ຄົນນັ້ນ ຖືກນໍາຕົວໄປຂັງຢູ່ຄຸກຊໍາເຄ້, ແຕ່ການຕັດສິນ ຂອງສານ ບໍ່ຖືກເປີດເຜີຍ ອອກເປັນຂ່າວ ຜ່ານສື່ມວນຊົນ ໃນລາວ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ກົມຄຸມຂັງດັດສ້າງ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 15 ພຶສພາ ນີ້, ໄດ້ຮັບຄໍາຕອບ ວ່າບຸກຄົນ ທັງ 3 ຍັງບໍ່ທັນ ຖືກຕັດສິນເທື່ອ ແລະ ຍັງບໍ່ຮູ້ກໍານົດວ່າ ຈະຕັດສິນ ເມື່ອໃດ ແຕ່ຢືນຢັນວ່າ ຜົນການຕັດສິນ ຈະອອກມາແບບ ມີຄວາມຍຸຕິທັມ:

"ຍັງສົ່ງໃຫ້ສານ ສານຍັງບໍ່ທັນໄດ້ ຕັດສິນ ມື້ກ່ອນຫັ້ນ ພີ່ນ້ອງຂະເຈົ້າ ກະມາຢາມ ສໍານວນຫັ້ນມັນ ຢູ່ນໍາສານແລ້ວ ຄະດີ ຮຸນແຮງ ບໍ່ ມັນກະຢູ່ ໃນຂອບ ຂອງກົດໝາຍ ຫັ້ນແຫລະ ກົດໝາຍອາຍາມາຕຣາ 165 ຫັ້ນ ປະຕິບັດຄວາມເປັນທັມຫັ້ນ ມັນຕ້ອງຢູ່ໃນດູນ ພິນິດ ຂອງສານ".

ທ່ານກ່າວຕື່ມວ່າ ປັດຈຸບັນ ຄົນງານລາວ ທັງ 3 ຍັງຖືກຂັງ ຢູ່ໃນຄຸກ ແລະໄດ້ຮັບການເບິ່ງແຍງ ຄືກັນກັບນັກໂທດ ຄົນອື່ນໆ, ບໍ່ໄດ້ຖືກ ກົດຂີ່ ຕາມທີ່ເປັນ ຂ່າວລື ແຕ່ຢ່າງໃດ.

ຄົນງານລາວທັງ 3 ຄົນ ຖືກທາງການ ສປປລາວ ຕັ້ງຂໍ້ຫາໂຈມຕີ ຣະບອບການເມືອງ ແລະໃສ່ຮ້າຍປ້າຍສີຜູ້ນໍາພັກ-ຣັຖ ໂດຍເຜີຍແຜ່ ຂໍ້ມູນບິດເບືອນ ກ່ຽວກັບ ພັກ-ຣັຖ ຜ່ານສື່ສັງຄົມ ອອນລາຍ ແລະເຄີຍໄປຮຽກຮ້ອງ ປະຊາທິປະຕັຍ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ບາງກອກ ປະເທດໄທ.

ເມື່ອເດືອນພຶສພາປີກາຍ ເຈົ້າໜ້າທີ່ ທາງການລາວ ໄດ້ນໍາຕົວທັງ 3 ຄົນ ອອກມາຖແລງຂ່າວ ຮັບສາຣະພາບຜິດ ຕໍ່ສື່ມວນຊົນ ຂອງ ທາງການ ຂນະທີ່ ອົງການຈັດຕັ້ງ ສາກົນຕ່າງໆ ຮຽກຮ້ອງ ແລະກົດດັນໃຫ້ ຣັຖບານສປປລາວ ປ່ອຍຕົວ ຢ່າງຮີບດ່ວນ ແລະ ບໍ່ມີ ເງື່ອນໄຂ.