ກົດຟັງສຽງ
ຊາວວຽດນາມ ໃນແຂວງ ສາຣະວັນ ຖືກຈູ່ໂຈມ ດ້ວຍ ຣະເບີດມື 2 ຄັ້ງ ແລະ ດັກຍິງ 1 ຄັ້ງ ເຮັດໃຫ້ ມີຜູ້ເສັຽ ຊີວິດ ແລະ ໄດ້ຮັບ ບາດເຈັບ ສາຫັດ ຫລາຍຄົນ. ຕາມຣາຍງານ ຈາກ ແຫລ່ງຂ່າວ ທີ່ ເຊື່ອຖືໄດ້ ໃນ ວັນທີ 25 ສິງຫາ 2011.
ເຫດການ ຄັ້ງທີນຶ່ງ ເກີດຂຶ້ນ ໃນຄືນ ຂອງ ວັນທີ 9 ສິງຫາ ຢູ່ ຣະຫວ່າງ ເຂດບ້ານ ກະຕະ ແລະ ບ້ານສອງຄອນ ເມືອງ ສາຣະວັນ, ພວກພໍ່ຄ້າໄມ້ ກະຍຸງ ຊາວວຽດນາມ ຖືກຣະເບີດ ແກວ່ງໃສ່ 1 ລູກ ເຮັດໃຫ້ເສັຽ ຊີວິດ 3 ຄົນ ແລະ ມີຄົນລາວ ຜູ້ນື່ງ ບາດເຈັບ ສາຫັດ ຊື່ງຄາດວ່າ ແມ່ນລ່າມ ແປພາສາ.
ເຫດການ ຄັ້ງທີ 2 ເກີດຂຶ້ນ ໃນຄືນ ຂອງ ວັນທີ 14 ສິງຫາ ຢູ່ເຂດບ້ານ ກະຕະນ້ອຍ ເມືອງ ສາຣະວັນ ຄຸ້ມບ້ານພັກ ຂອງຄົນງານ ຊາວວຽດນາມ ຖືກຣະເບີດ ແກວ່ງໃສ່ 2 ລູກ ເຮັດໃຫ້ ມີຜູ້ ເສັຽຊີວິດ 15 ຄົນ ແລະ ບາດເຈັບ ສາຫັດ 5 ຄົນ.
ເຫດການ ຄັ້ງທີ 3 ແມ່ນເກີດຂຶ້ນ ໃນຕອນ ກາງເວັນ ຂອງ ວັນທີ 16 ສິງຫາ ຢູ່ເຂດ ບ້ານຕຸ້ມລານ ມີຊາວ ວຽດນາມ ທີ່ຂີ່ຣົດຖີບ ເລາະຂາຍຂອງ 5 ຄົນ ຖືກດັກຍິງ ເສັຽຊີວິດ 3 ຄົນ. ເຫດການ ທັງໝົດ ບໍ່ໄດ້ ອອກຂ່າວ ຫຼືເປີດເຜີຍ ແຕ່ຢ່າງໃດ ເລີຍ. ທາງພາກສ່ວນ ທີ່ກ່ຽວຂ້ອງ ກໍວ່າ ບໍ່ຮູ້ເລື້ອງ ບໍ່ມີຜູ້ໃດ ຣາຍງານມາ ແລະວ່າ ເປັນຂ່າວລື ຂອງ ກຸ່ມຄົນ ບໍ່ດີ ສ້າງເລື້ອງ ຂຶ້ນມາ ເທົ່ານັ້ນ.