ໄມ້ເຖື່ອນຈາກສປປລາວ ໄປວຽດນາມ

ປ່າໄມ້ ຕົ້ນໄມ້ ຢູ່ລາວ ຫາຍສາບສູນ ໄປຢ່າງ ວ່ອງໄວ ຍ້ອນມີ ການລັກ ຕັດ ແລະ ຂາຍໄມ້ ໄປປະເທດ ເພື່ອນບ້ານ ເປັນຕົ້ນ ໄປ ວຽດນາມ.

ໄມ້ທ່ອນ ຈໍາພວກນີ້ ຖືກຕັດລົງ ໃນແຂວງເຊກອງ ບ່ອນທີ່ ສ້າງເຂື່ອນ ໄຟຟ້າ ແລະໃກ້ໆກັບ ບ່ອນເກັບ ໄມ້ທ່ອນ ກໍແມ່ນ ໂຮງເລື່ອຍ. ໄມ້ເປັນລໍາ ທ່ອນໃຫຍ່ໆ ຖືກສົ່ງອອກ ຈາກ ຂ.ເຊກອງ ແລະ ຂ.ອັດຕະປື ເຂົ້າສູ່ ວຽດນາມ ເປັນປະຈໍາ. (ອິງຕາມ ການສືບສວນ ຂອງ EIA.)
ໄມ້ທ່ອນ ຈໍາພວກນີ້ ຖືກຕັດລົງ ໃນແຂວງເຊກອງ ບ່ອນທີ່ ສ້າງເຂື່ອນ ໄຟຟ້າ ແລະໃກ້ໆກັບ ບ່ອນເກັບ ໄມ້ທ່ອນ ກໍແມ່ນ ໂຮງເລື່ອຍ. ໄມ້ເປັນລໍາ ທ່ອນໃຫຍ່ໆ ຖືກສົ່ງອອກ ຈາກ ຂ.ເຊກອງ ແລະ ຂ.ອັດຕະປື ເຂົ້າສູ່ ວຽດນາມ ເປັນປະຈໍາ. (ອິງຕາມ ການສືບສວນ ຂອງ EIA.) (Screen captured from EIA video)

0:00 / 0:00

ກົດຟັງສຽງ

ອົງການ ສືບສວນ ສະພາບ ແວດລ້ອມ ທີ່ມີ ສຳນັກງານໃຫຍ່ ຢູ່ ປະເທດ ອັງກິດ, ໄດ້ທໍາການ ສາຍວີດີໂອ ໃຫ້ ນັກຂ່າວ ເບິ່ງ ຢູ່ບາງກອກ ໃນວັນທີ່ 28 ກໍຣະກະດາ 2011 ນີ້ວ່າ, ທະຫານ ວຽດນາມ ມີບົດບາດ ທີ່ສຳຄັນ ໃນການຕັດໄມ້ ຢູ່ລາວ ແລ້ວ ຂົນສົ່ງ ອອກໄປ ວຽດນາມ.

ເຈົ້າໜ້າທີ່ ອົງການ ສືບສວນ ສະພາບ ແວດລ້ອມ ດັ່ງກ່າວ ໄດ້ເຂົ້າໄປ ສືບເບິ່ງ ການລັກ ຕັດໄມ້ ຢູ່ລາວ ແລະ ການຂົນສົ່ງໄມ້ ໄປ ວຽດນາມ ແລະ ພວກຂະເຈົ້າ ເຫັນວ່າ ບໍຣິສັດ ຄ້າໄມ້ ທີ່ໃຫຍ່ ທີ່ສຸດ ຢູ່ ວຽດນາມ ແມ່ນ ບໍຣິສັດ ຂອງ ກອງທັບ ວຽດນາມ ທີ່ມີຊື່ວ່າ ບໍຣິສັດ ເພື່ອການ ຮ່ວມມື ທາງດ້ານ ເສຖກິດ ທີ່ຂື້ນກັບ ກະຊວງ ປ້ອງກັນ ປະເທດ ວຽດນາມ.

ເຈົ້າໜ້າທີ່ ສືບສວນ ໄດ້ໄປ ສັງເກດເບິ່ງ ເດີ່ນບ່ອນທີ່ ເກັບໄມ້ທ່ອນ ໃກ້ໆກັບ ທ່າເຮືອ ແຫ່ງນຶ່ງ ໃນວຽດນາມ ທີ່ເຕັມ ໄປດ້ວຍ ໄມ້ທ່ອນ ແລະ ມີຕຣາຕີ ໃສ່ໜ້າ ໄມ້ທ່ອນນັ້ນ ເປັນພາສາ ວຽດນາມ ວ່າ COECCO ຊຶ່ງເປັນ ຊື່ຫຍໍ້ ຂອງ ບໍຣິສັດ ຮ່ວມມື ເສຖກິດ ຂອງ ກອງທັບ ວຽດນາມ. ຄົນງານ ທີ່ເຮັດວຽກ ຢູ່ທ່າເຮືອ ນັ້ນເວົ້າວ່າ ໄມ້ທ່ອນເຖິງ 95 ສ່ວນຮ້ອຍ ແມ່ນໄມ້ ມາຈາກລາວ.

ອົງການ ສືບສວນ ສະພາບ ແວດລ້ອມ ຣາຍງານອີກວ່າ ຢູ່ ສປປລາວ ບໍຣິສັດ ພອນສັກ ເປັນ ບໍຣິສັດ ຄ້າໄມ້ ໃຫຍ່ ທີ່ມັກສົ່ງໄມ້ ໄປຂາຍ ທີ່ວຽດນາມ ຫລາຍກວ່າ ທີ່ຈະສົ່ງເຂົ້າ ໂຮງງານ ເຟີນີເຈີ ຂອງຕົນ. ເຈົ້າໜ້າທີ່ ອົງການ ສືບສວນ ສືບຮູ້ອີກວ່າ ຫົວໜ້າ ບໍຣິສັດ ພອນສັກ ມີເສັ້ນ ມີສາຍ ກັບ ຣັຖບານລາວ ດັ່ງທ່ານ Julian Newman ເຈົ້າໜ້າທີ່ ອົງການ ສືບສວນ ສະພາບ ແວດລ້ອມ ກ່າວກ່ຽວກັບ ເຣື່ອງນີ້ ຕອນນຶ່ງວ່າ:

"ທ່ານເວົ້າວ່າ; ດັ່ງທີ່ເຫັນ ຢູ່ວີດີໂອ ນັ້ນ ບໍ່ແມ່ນ ແຕ່ ບໍຣິສັດ ວຽດນາມ ເທົ່ານັ້ນ ເປັນ ຜູ້ຄ້າຂາຍ ໄມ້ຢູ່ລາວ ບໍຣິສັດລາວ ກໍສົມຮູ້ ຮ່ວມຄິດນຳ. ບໍຣິສັດ ພອນສັກ ເປັນ ບໍຣິສັດ ທີ່ໜ້າສົນໃຈ ເພາະຢູ່ ແວັບໄຊຕ໌ ຂອງ ບໍຣິສັດນີ້ ຂຽນວ່າ ບໍຣິສັດ ພອນສັກ ນັບຖື ກົດຣະບຽບ ຂອງ ທາງການລາວ ຈະເລື່ອຍ ໄມ້ທ່ອນ ແລ້ວ ຜລິດເປັນໄມ້ ສຳເຣັດຮູບ ແລ້ວຈຶ່ງ ສົ່ງອອກ ໄປຂາຍ ເພື່ອປົກປັກ ຮັກສາ ປ່າໄມ້ ແລະ ເພື່ອສ້າງ ວຽກງານ ໃຫ້ແກ່ ຄົນລາວ ໃນປະເທດ".

ແຕ່ຄວາມຈິງແລ້ວ ຄືສີ່ງທີ່ ທ່ານ ໄດ້ເຫັນຢູ່ ໃນວີດີໂອ ນັ້ນ ບໍຣິສັດ ພອນສັກ ກໍເປັນ ໂຕການໃຫຍ່ ຜູ້ນຶ່ງ ທີ່ສົມຮູ້ ຮ່ວມຄິດ ໃນການຕັດໄມ້ ໃນລາວ ແລ້ວ ສົ່ງອອກ ໄປຂາຍ ທີ່ ວຽດນາມ.