ຂ.ເຊກອງ ຂາດນໍ້າໃຊ້ທີ່ສະອາດ

ແຂວງເຊກອງ ຕ້ອງການ ນໍ້າສະອາດ ເພື່ອ ບໍຣິການ ປະຊາຊົນ.

ຕົວຢ່າງ ນໍ້າບາດານ ທີ່ຊາວເມືອງ ດັກຈຶ້ງ ແລະເມືອງ ກະລືມ ຕ້ອງການ ໃຫ້ຣັຖບານ ຊ່ວຍເຫຼືອ
ຕົວຢ່າງ ນໍ້າບາດານ ທີ່ຊາວເມືອງ ດັກຈຶ້ງ ແລະເມືອງ ກະລືມ ຕ້ອງການ ໃຫ້ຣັຖບານ ຊ່ວຍເຫຼືອ (RFA)

0:00 / 0:00

ກົດຟັງສຽງ

ຜແນກ ນ້ຳ ສະອາດ ທີ່ ແຂວງ ເຊກອງ ຮຽກຮ້ອງ ໃຫ້ ຣັຖບານ ຊ່ວຍ ຕິດຕັ້ງ ຣະບົບ ນ້ຳສະອາດ ໃຫ້ແກ່ ປະຊາຊົນ ຍ້ອນໃນ ປັດຈຸບັນ ຍັງມີ ຫລາຍ ຫມູ່ບ້ານ ບໍ່ມີ ຣະບົບ ນ້ຳສະອາດ ສຳລັບ ກີນແລະໃຊ້. ດັ່ງນາງ ອາດສະພອນ ແສງສຸຣິວົງ ຮອງ ຫົວຫນ້າ ຫ້ອງການ ນ້ຳສະອາດ ທີ່ແຂວງ ເຊກອງ ເວົ້າວ່າ:

"ຢາກຝາກເຖິງ ຣັຖບານ ແລ້ວ ກໍ່ພາກ ສ່ວນຕ່າງໆ ທີ່ວ່າ ຢາກໃຫ້ ຄວາມຊ່ອຍເຫລືອ ກະຢາກໃຫ້ ຕິດຕັ້ງ ແບບນ້ຳ ບາດານ ນ້ຳລີນ ຫລືວ່າ ເປັນນ້ຳ ປະປາ ຊົນນະບົດ ຈະຊ່ອຍເຫລືອ ດ້ວຍວິທີໃດ ກໍ່ເອົາ ຂໍແຕ່ວ່າ ປະຊາຊົນ ຫ່າງໄກ ສອກຫລີກ ໄດ້ຊົມໄຊ້ ນ້ຳສະດວກ ສະບາຍ".

ນາງວ່າ ຫມູ່ບ້ານ ທີ່ບໍ່ມີ ນ້ຳສະອາດ ໃຊ້ນັ້ນ ສ່ວນໃຫຍ່ ຈະຢູ່ ໃນເມືອງ ດັກຈຶງ ແລະ ເມືອງກະລຶມ ຊື່ງ ເປັນເມືອງ ທີ່ຮ່າງໄກ ສອກຫລີກ. ປະຊາຊົນ ສ່ວນໃຫຍ່ ຍັງອາສັຍ ນ້ຳໃນ ຫ້ວຍຮ່ອງ ຄອງບືງ ທີ່ເຕັມ ໄປດ້ວຍ ເຊື້ອໂຣຄ. ຫວ່າງປີ ທີ່ຜ່ານມາ ປະຊາຊົນ ໃນເຂດ 2 ຫົວເມືອງ ດັ່ງກ່າວ ມີອາການ ເຈັບປ່ວຍ ຍ້ອນໂຣຄ ຖອກທອ້ງ ຢ່າງຫລວງຫລາຍ ຍ້ອນນ້ຳ ບໍ່ສະອາດ.

ສຳລັບ ຫມູ່ບ້ານ ທີ່ມີນ້ຳ ສະອາດ ໃຊ້ນັ້ນ ປັດຈຸບັນ ກໍບໍ່ ພຽງພໍກັນ ຊື່ງ ໃນຫລາຍ ຫມູ່ບ້ານ ມີຄົນ ຢູ່ຫລາຍ ກໍ່ມີ ຣະບົບ ນ້ຳສະອາດ ໃຊ້ ພຽງແຕ່ ບ່ອນນື່ງ ຫລື ສອງບ່ອນ ເທົ່ານັ້ນ ຕໍ່ ປະຊາຊົນ 100 ຄອບຄົວ. ເຖິງແມ່ນວ່າ ຊາວບ້ານ ຈະຂາດ ນ້ຳສະອາດ ໃຊ້ ມາເປັນ ເວລາ ດົນນານ ແລ້ວ ກໍ່ຕາມ ທາງການແຂວງ ກໍຍັງບໍ່ ສາມາດ ຊ່ອຍເຫລືອ ໄດ້ ຍ້ອນຂາດ ງົບປະມານ, ຣັຖບານ ກາງ ແລະ ອົງການ ຕ່າງຊາດ ກໍບໍ່ໄດ້ ຍື່ນມື ເຂົ້າມາ ຊ່ວຍເຫລືອ.