ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໄຂຂຶ້ນ

ຈຳປາທອງ/ເພັດສະຫຍາມ
2025.03.17
ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໄຂຂຶ້ນ ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ 9. ວັນທີ 17 ເດືອນມີນາ ປີ 2025.
ຮູບພາບຈາກ ໜັງສືພິມກົດໝາຍ

ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໄຂຂຶ້ນ ຢ່າງເປັນທາງການ ລະຫວ່າງວິນທີ 17 ມີນາ ຫາວັນທີ 20 ມີນາ 2025 ນີ້ ທ່າມກາງຫຼາຍບັນຫາ ຄົງຄ້າງ ແລະ ການປ່ຽນແປງ ກົງຈັກທາງການເມືອງ-ການປົກຄອງ, ດັ່ງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໃນມື້ວັນທີ 17 ມີນາ 2025 ນີ້ ໃນຕອນໜຶ່ງວ່າ:

“ວາລະ ຂອງກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງຫຼາຍບັນຫາ ສຳຄັນໆ ແລະຈຳເປັນຮີບດ່ວນ ຂອງປະເທດຊາດ. ຂ້າພະເຈົ້າ ຂໍປະກາດເປີດກອງປະຊຸມ ຢ່າງເປັນທາງການ ນັບແຕ່ນີ້ ເປັນຕົ້ນໄປ.”

ເນື້ອໃນ ຂອງກອງປະຊຸມ

ສຳລັບເນື້ອໃນ ຂອງກອງປະຊຸມ ຈະໄດ້ພິຈາລະນາ ແລະຮັບຮອງ ເອົາລັດຖະທຳມະນູນ ສະບັບປີ 2025, ພິຈາລະນາ ແລະຮັບຮອງ ເອົາການປັບປຸງ ກົດໝາຍ 2 ສະບັບ ຄື ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ແລະກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ, ພິຈາລະນາຄຳສະເໜີ ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບ ການປັບປຸງກົງຈັກ ຂອງລັດຖະບານ.

ໄລຍະຜ່ານມາ ມີຂໍ້ຄົງຄ້າງ ຈຳນວນໜຶ່ງ ທີ່ຕ້ອງປັບປຸງ ໂດຍສະເພາະ ກ່ຽວກັບອໍານາດລັດ ຍັງບໍ່ທັນສອດຄ່ອງ ກັບໜ້າທີ່ການເມືອງຂອງພັກ ແລະ ການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່. ການຈັດຕັ້ງປະຕິບັດລັດຖະທຳມະນູນ ຂອງບັນດາອົງການອຳນາດລັດ ຂັ້ນຕ່າງໆ ມີຫລາຍກໍລະນີ ຍັງບໍ່ທັນມີປະສິດທິພາບ, ປະສິດທິຜົນ ຄວາມຮັບຮູ້ ເຂົ້າໃຈ ຕໍ່ລັດຖະທຳມະນູນ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃນລະບົບການເມືອງ ຍັງບໍ່ທັນເລິກເຊິ່ງ, ດັ່ງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ກ່າວໃນກອງປະຊຸມ ສະໄໜວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ດຽວກັນນີ້ວ່າ:

“ປ່ຽນຄຳວ່າ ເຈົ້າແຂວງ ເຈົ້າຄອງນະຄອນຫຼວງ ເປັນ ປະທານ ຄະນະກຳມະການປົກຄອງ ນະຄອນຫຼວງ ແຂວງ, ໄດ້ປ່ຽນຂັ້ນບ້ານ ເປັນຂັ້ນຕາແສງ. ສຸດທ້າຍ ໄດ້ປ່ຽນຈາກ ສະພາປະຊາຊົນ ຂັ້ນແຂວງ ເປັນສະພາປະຊາຊົນ ຂັ້ນທ້ອງຖິ່ນ ເພື່ອໃຫ້ສອດຄ່ອງ.”

ບັນຫາ ທີ່ຄົງຄ້າງ ແລະ ຫຍຸ້ງຍາກ

ນອກຈາກນີ້ ກອງປະຊຸມ ຍັງຈະພິຈາລະນາ ຮັບຮອງ ຫຼາຍບັນຫາ ທີ່ສຳຄັນ ຈຳເປັນ ແລະຮີບດ່ວນ ຂອງປະເທດຊາດ ເປັນຕົ້ນ ບັນຫາເສດຖະກິດ-ການເງິນ, ບັນຫາໜີ້ສິນ ແລະ ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກຳ

ຂະນະທີ່ ປະຊາຊົນລາວ ທີ່ເຝົ້າຕິດຕາມ ວາລະກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນຄັ້ງນີ້ ເຫັນວ່າ ເຖິງວ່າ ຈະມີການປັບປຸງ ລັດຖະທຳມະນູນ ສະບັບໃໝ່ ແລະປັບປຸງກົງຈັກທາງການເມືອງ, ການປົກຄອງຮູບແບບໃໝ່ ແຕ່ຫາກລັດຖະບານ ຍັງຄຸ້ມຄອງ ແລະຈັດຕັ້ງປະຕິບັດ ບໍ່ເຂັ້ມງວດ ຂາດປະສິດທິພາບ ບັນຫາຕ່າງໆ ກໍຈະບໍ່ຫຼຸດລົງ ໂດຍສະເພາະ ເລື່ອງການສໍ້ລາດບັງຫຼວງ, ດັ່ງ ຊາວລາວ ທ່ານໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມີນາ ນີ້ວ່າ:

“ເຈົ້າຊິເຮັດແນວໃດ ກະເຮັດ. ຖ້າວ່າ ເຈົ້າບໍ່ເຂັ້ມງວດ ເລື່ອງການຄຸ້ມຄອງນ່າ, ເລື່ອງລະບຽບກົດໝາຍ ໃຫ້ມັນເຄັ່ງຄັດ ໃນການປາບປາມ ການສໍ້ລາດບັງຫຼວງນີ້ ເຫັນແກ່ພັກພວກ ອັນນີ້ ມັນເປັນໄປບໍ່ໄດ້.”


ຂ່າວ ກ່ຽວກັນ

ຄຳເຫັນ ຕໍ່ບົດຣາຍງານ ຂອງ ສປປ ລາວ ໃນເວທີສາກົລ

ຕຣຽມເປີດ ປະຊຸມສະພາແຫ່ງຊາດ ພ້ອມໂທຣະສັບ ສາຍດ່ວນ

ປະຊຸມ ສຳເຣັດ, ບັນຫາ ຍາກແກ້ໄຂໄດ້ ສຳເຣັດ


ຊາວລາວ ອີກທ່ານໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ບັນຫາ ທີ່ຢາກໃຫ້ລັດຖະບານ ຮີບດ່ວນແກ້ໄຂ ແມ່ນເລື່ອງບັນຫາປາກທ້ອງ ແລະຄ່າຄອງຊີບ ທີ່ນັບມື້ ຈະແພງຂຶ້ນ ເລື່ອຍໆ ເຊິ່ງບໍ່ສອດຄ້ອງກັັບລາຍໄດ້ ຂອງປະຊາຊົນລາວ ໃນປັດຈຸບັນ.

“ກະເວົ້າງ່າຍໆ ກະການຫາຢູ່ ຫາກິນ ຫັ້ນແຫຼະ ຄືໂຕຢ່າງ ຄ່າໄຟຫັ້ນແຫຼະ ປະກາດຫຼຸດ ພັດວ່າເພີ່ມຂຶ້ນ ຄ່າໄຟເຮືອນ, ກະບໍ່ເຫັນວ່າ ມີທ່າທີ ວ່າຈະຫຼຸດ ຈະຜ່ອນແນວໃດໆ ຫັ້ນນ່າ.”

ປັດຈຸບັນ ປະເທດລາວ ຍັງຕ້ອງປະເຊີນ ກັບສະພາບແວດລ້ອມ ຕ່າງໆ ຂອງພາກພື້ນ ແລະ ສາກົນ ເຊິ່ງສົ່ງຜົນກະທົບໂດຍກົງ ຕໍ່ປະເທດລາວ, ບວກກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫລາຍປີ, ເຮັດໃຫ້ເກິດຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ, ກະທົບຕໍ່ການດຳລົງຊີວິດ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.