ລັດຖະບານລາວ ສັ່ງໃຫ້ກວດກາເຂື່ອນໄຟຟ້າທັ່ວປະເທດ ກວ່າ 300 ແຫ່ງ ໂດຍສະເພາະເຂື່ອນຂະໜາດນ້ອຍ ທີ່ຂັ້ນແຂວງເປັນຜູ້ອະນຸມັດ ເພື່ອປ້ອງກັນ ແລະກຽມພ້ອມຮັບມືເຫດສຸກເສີນ ທີ່ອາດຈະຂຶ້ນໄດ້ທຸກເມື່ອ.
ໄລຍະຜ່ານມາ ການປ່ອຍນ້ຳອອກຈາກເຂື່ອນໄຟຟ້າແຕ່ລະແຫ່ງ ມັກຈະປ່ອຍນ້ຳ ໂດຍບໍ່ມີການແຈ້ງເຕືອນປະຊາຊົນ ແລະສ້າງຄວາມເສີຍຫາຍມະຫາສານແກ່ຊັບສິນຂອງປະຊາຊົນ ຊຶ່ງຄວາມເສີຍຫາຍທີ່ເກີດນັ້ນ ທາງໂຄງການເຂື່ອນໄຟຟ້າ ກໍບໍ່ສະແດງຄວາມຮັບຜິດຊອບຄ່າເສີຍຫາຍແຕ່ຢ່າງໃດ.
ປະຊາຊົນລາວ ເມືອງສະໜາມໄຊ ແຂວງອັດຕະປື ແນະນຳໃຫ້ໂຄງການຫັ້ນ ລາຍງານເປັນປະຈຳ ນ້ຳຂຶ້ນທໍໃດ ລົງທໍໃດ ມັນຫຼາຍສ່ຳໃດ ປ່ອຍຖິ່ມສ່ຳໃດ ບໍ່ໃຫ້ມັນມີຜົນກະທົບ ບົດຮຽນມັນສັ່ນສອນໃຫ້ເຮົາ ຕ້ອງໄດ້ປ້ອງກັນກ່ອນ.
ມາດຕະຖານຄວາມປອດໄພຂອງເຂື່ອນໄຟຟ້າໃນປະເທດລາວ ຖືວ່າ ຍັງສ້າງບໍ່ໄດ້ຕາມມາດະຖານສາກົນ ເພາະບໍ່ມີການປະເມີນ ເລື່ອງຄວາມປອຍໄພຂອງເຂື່ອນ ແລະລາຍງານການກວດສອບດ້ານເຕັກນິກ ເຮັດໃຫ້ເຂື່ອນໄຟຟ້າຫຼາຍແຫ່ງ ມີຄວາມສ່ຽງສູງ ທີ່ຈະເກີດເຫດການຮຸນແຮງຂຶ້ນ ເປັນຕົ້ນ ເຂື່ອນແຕກ, ຮອຍແຕກ-ຮອຍຮັ່ວ ແລະໂຄງສ້າງຂອງເຂື່ອນເກີດການຍຸບໂຕ.
ເຈົ້າໜ້າທີ່ກະຊວງພະລັງງານແລະບໍ່ແຮ່ ກ່າວວ່າ: ລັດຖະມົນຕີ ເພິ່ນກະຊີ້ນຳ ເພິ່ນໃຫ້ເຂັ້ມງວດ ທາງກົມເພິ່ນກໍຈະມີຫຼາຍຂະແໜງການເນາະ ເຂົາເຈົ້າກໍຂະຊີ້ນຳ ຈະເຮັດໜັງສືແຈ້ງກ່ອນລະດູຝົນ ຖ້າຫາກມີຝົນຕົກໜັກ ຫຼື ມີການປ່ອຍນ້ຳ ກໍຈະແຈ້ງມາກະຊວງ ເປິດປະຕູ ເປິດ Spillway ເບາະ ເຈົ້າຕ້ອງແຈ້ງກ່ອນພາຍໃນ 7 ມື້ເນາະ.
ຕາມການແຈ້ງການ, ເຂື່ອນໄຟຟ້າທຸກແຫ່ງໃນລາວ ຕ້ອງໄດ້ປະຕິບັດຕາມມາດຕະການຢ່າງເຂັ້ມງວດ ດັງນີ້:
ກວດກາຮອບດ້ານໂຄງສ້າງ, ປະຕູນໍ້າ, ລະບົບໄຟ ໃຫ້ຢູ່ໃນສະພາບພ້ອມໃຊ້ງານໃນທຸກສະພາບການ, ຕ້ອງເຜີຍແຜ່ແຜນຮັບມື ແລະ ຝືກຊ້ອມແຜນຮັບມື ໃນກໍລະນີເກີດເຫດສຸກເສີນ, ມີການປະສານງານ ແລະ ແຈ້ງເຕືອນລ່ວງໜ້າ, ຕ້ອງມີການບໍລິຫານຈັດການນໍ້າໃນອ່າງ ກ່ອນເຂົ້າຝົນນໍ້າໃນອ່າງຂອງເຂື່ອນໄຟຟ້າຕ້ອງຢູ່ໃນລະດັບຕໍ່າ ເພື່ອຮອງຮັບປະລິມານນໍ້າຝົນທີ່ຈະຕົກລົງມາໃນຊ່ວງລະດູຝົນ, ກໍລະນີເຂື່ອນໄຟຟ້າມີການປ່ອຍນໍ້າຜ່ານປະຕູລະບາຍນໍ້າ ເຂື່ອນຕ້ອງໄດ້ມີແຜນລະອຽດໃນການປ່ອຍນ້ໍາ ແລ້ວແຈ້ງລ່ວງໜ້າຢ່າງນ້ອຍ 7 ມື້.
ພ້ອມທັງປະສານສົມທົບກັບພາກລັດທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ໃນເຂດຄວາມສ່ຽງຮັບຊາບ ແລະ ເຂົ້າໃຈຢ່າງລະອຽດ.
