ສະເລ່ຍ ຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ

ລັດຖະບານຕິດໜີ້ຕ່າງປະເທດ 14 ຕື້ໂດລາ

ໜີ້ສິນສາທາລະນະຂອງ ສປປລາວ ໃນປີ 2026 ຍັງຄົງຢູ່ໃນລະດັບສູງເຖິງປະມານ 14 ຕື້ໂດລາ ອີງຕາມຂໍ້ມູນຈາກສະຖາບັນການເງິນຕ່າງປະເທດ.

ສະເລ່ຍຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານກີບ ລັດຖະບານລາວຕິດໜີ້ 14 ຕື້ໂດລາ ສະເລ່ຍຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ.

ຖ້າຄິດສະເລ່ຍໜີ້ສິນໃນຫົວຄົນພົນລະເມືອງລາວ 7 ລ້ານຄົນ ກໍຄື ຄົນລາວຄົນນຶ່ງຈະຕິດໜີ້ຢູ່ ປະມານ 2,000 ໂດລາ ຄິດເປັນເງິນກີບ ກໍປະມານ 40 ລ້ານກີບ ຕໍ່ຄົນ.

ໜີ້ສິນປະເທດລາວ 14 ຕື້ໂດລາ ໃນຂະນະທີ່ GDP ຂອງລາວ ທີ່ເປັນມູນຄ່າລວມຍອດຜະລິດຕະພັນພາບໃນ ຫຼື ລາຍຮັບປະຈໍາປີຂອງລາວ ປະມານ 17 ຕື້ໂດລາ ເຊິ່ງໜີ້ສິນກວມເອົາລາຍຮັບປະມານ 80 ເປີເຊັນ.

ການທີ່ປະເທດລາວ ຕິດໜີ້ຫຼາຍເກີນໄປ, ຊ່ຽວຊານດ້ານການເງິນຕ່າງປະເທດ ເຄີຍອອກມາເຕືອນລັດຖະບານລາວ ໃນທໍານອງທີ່ວ່າ ມັນມີຄວາມສ່ຽງ ຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດຂອງລາວຫຼາຍ ແລະ ເປັນສິ່ງທ້າທາຍຢ່າງຍິ່ງ.

ຂະນະທີ່ລາຍຮັບງົບປະມານແຫ່ງລັດ ອິງຕາມແຜນງົບປະມານ ປີ 2025 ທີ່ຜ່ານມາ ສະເລ່ຍຕໍ່ປະຊາກອນລາວ ແມ່ນຕົກຢູ່ປະມານ 10 ລ້ານປາຍກີບຕໍ່ຄົນເທົ່ານັ້ນ.

ທ່ານ ວິໄລວົງ ບຸດດາຄຳ ຮອງປະທານຄະນະປະຈໍາ ສະພາແຫ່ງຊາດ ພິທີເປີດ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ໃນວັນທີ 6 ກໍລະກົດ ວ່າ: ມີພາລະໜີ້ສິນສາທາລະນະ ທີ່ຍັງສູງ ລາຍຮັບງົບປະມານພາຍໃນ ໄດ້ນຳໃຊ້ພຽງແຕ່ຊຳລະດອກເບີ້ຍການກູ້ຍືມ ເຫັນວ່າ ມີທ່າອຽງແຜນງົບປະມານມີຄວາມສ່ຽງ.

ຢ່າງໃດກໍຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປິດເຜຍວ່າ: ປີ 2026 ນີ້ ລັດຖະບານລາວ ໄດ້ຂຶ້ນແຜນການຊຳລະໜີ້ສິນ ການລົງທຶນຂອງລັດ ຈຳນວນ 1,773 ຕື້ກີບ ແລະ ແຜນປະຈຳປີ 973 ຕື້ກີບ ສ່ວນຫນີ້ສິນຕ່າງປະເທດ ແມ່ນສາມາດ ຊຳລະໄດ້ຕາມສັນຍາ ອັນພົ້ນເດັ່ນ ເອົາລາຍຮັບຢູ່ພາຍໃນມາຊຳລະໜີ້ສິນ ໄດ້ 111 ລ້ານໂດລ່າສະຫະລັດ. ໃຫ້ກວດເບິ່ງໂຕເລກດີບະອຽດ ແລະ ໃຫ້ໃສ່ໂຕເລກມົນ.

ນອກຈາກນີ້ ລັດຖະບານລາວ ຍັງສືບຕໍ່ເຈລະຈາກັບເຈົ້າໜີ້ສອງຝ່າຍລາຍໃຫຍ່ ໂດຍສະເພາະປະເທດຈີນ ເພື່ອຂໍເລື່ອນເວລາຊຳລະໜີ້ກູ້ຍືມ.

ທາງດ້ານ ທະນາຄານໂລກ ແລະ IMF ຍັງຄົງຈັດໃຫ້ ສປປ ລາວ ຢູ່ໃນພາວະ ມີຄວາມຫຍຸ້ງຍາກດ້ານໜີ້ສິນ ແລະ ເປັນໜີ້ສິນທີ່ບໍ່ຍືນຍົງ.