ເຂດເສດຖະກິດບາງແຫ່ງ ເປັນແຫລ່ງຊ້ອງສຸມອາດສະຍາກໍາ

ອາດສະຍາກໍາທີ່ເຊື່ອງຊ້ອນຢູ່ໃນ ເຂດເສດຖະກິດພິເສດ

ເຂດເສດຖະກິດພິເສດ ບາງແຫ່ງ ໃນປະເທດລາວ ໄດ້ສ້າງວຽກເຮັດງານທຳປະຊາຊົນທ້ອງຖິ່ນ, ຍົກລະດັບສີມືແຮງງານ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະຊ່ວຍຊຸກຍູ້ການຄ້າ ແລະສົ່ງອອກ ຕາມນະໂຍບາຍຂອງລັດຖະບານ.

ແຕ່ໃນຂະນະດຽວກັນ ເຂດເສດຖະກິດພິເສດບາງແຫ່ງ ທີ່ຈີນລົງທຶນນັ້ນ ກໍໄດ້ກາຍເປັນແຫຼ່ງຊ້ອງສຸມອາດຊະຍາກຳຕ່າງໆ ແກ້ງສະແກມເມີ, ການຄ້າມະນຸດ, ການຟອກເງິນ ແລະ ທຸລະກິດສີເທົາອື່ນໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊື່ສຽງ ແລະ ພາບລັກຂອງປະເທດລາວ ຢ່າງຮ້າຍແຮງໃນສາຍຕາປະຊາຄົມໂລກ.

ກ່ຽວກັບເລື່ອງນີ້ ນັກວິຊາການດ້ານສັງຄົມ ຈາກມະຫາວິທະຍາໄລແຫ່ງຊາດລາວ ເວົ້າ ວ່າ ລັດຖະບານລາວ ບໍ່ສາມາດປາບປາມຄົນຈີນເທົາອອກຈາກປະເທດລາວ ໄດ້ໝົດທຸກ ຄົນດ້ວຍຂໍ້ຈຳກັດຫຼາຍດ້ານ:

“ຈີນຫັ້ນ ເຮົາຊິເຮັດຈັ່ງໃດກະເຮັດ ຂະເໜມໃຫ້ 2 ສັນຊາດນີ້ ມັນຢູ່ນຳກັນໄດ້ໃນພື້ນທີ່ ຖ້າເຂົາອົບພະຍົບມາ ກົດໝາຍຂອງເຮົາ ມັນຕ້ອງແໜ້ນ ເຮົາຫຼີກລ້ຽງບໍ່ໄດ້ເດ້ ເຮົາມີ ແຕ່ຫຼຸດຜ່ອນຜົນກະທົບ ໃຫ້ມັນນ້ອຍລົງ ເທົ່າທີ່ຈະນ້ອຍໄດ້ຫັ້ນນ່າ"

ເຂດເສດຖະກິດພິເສດ ທີ່ຈີນລົງທຶນໃນປະເທດລາວ ແບບ 100% ປະກອບມີ ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ, ເຂດພັດທະນາກວມ ລວມໄຊເຊດຖາ, ເຂດເສດຖະກິດສະເພາະບຶງທາດຫຼວງ ນະຄອນຫຼວງວຽງຈັນ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ.

ອີງຕາມຂໍ້ມູນຫຼ້າສຸດ ກະຊວງແຜນການ ແລະ ການລົງທຶນ ລະບຸວ່າ ຈີນ ຄື ຜູ້ລົງທຶນໃນລາວເປັນອັນດັບ 1 ມີມູນຄ່າການລົງທຶນສະສົມຂອງຈີນໃນລາວ ສູງເຖິງ 18 ພັນລ້ານໂດລາສະຫະລັດ ເຊິ່ງລັດຖະບານລາວ ກໍຍັງພະຍາຍາມ ທີ່ຈະດຶງດູດຈີນ ໃຫ້ເຂົ້າມາລົງທຶນໃນລາວເພິ່ມຂຶ້ນເລື່ອຍໆ.

ຂະນະທີ່ບໍລິສັດຕ່າງປະເທດ ທີ່ມີມາດຕະຖານໃນລະດັບສາກົນ ພັດບໍ່ມາລົງທຶນໃນເຂດເສດຖະກິດພິເສດຕ່າງໆ ຍ້ອນ ກັງວົນດ້ານຄວາມໝັ້ນຄົງ, ຂາດຄວາມນ່າເຊື່ອຖືໃນລະດັບສາກົນ, ການບັງຄັບໃຊ້ກົດໝາຍຂອງລັດຖະບານບໍ່ເຂັ້ມງວດ ອາດເຮັດໃຫ້ບໍລິສັດ ມີຄວາມສ່ຽງໃນການດຳເນີນທຸລະກິດ.