10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່

ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ “1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທຍ ຫຼາຍປີກ່ອນໜ້ານີ້.
ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ “1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທຍ ຫຼາຍປີກ່ອນໜ້ານີ້. (RFA)

0:00 / 0:00

ການ​ຮອດ​ປັດ​ຈຸ​ບັນ ວັນ​ທີ 2 ທັນ​ວາ 2022 ກໍ​ເປັນ​ວັນໃກ້​ຈະ​ຄົບ​ຮອບ 10 ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ​ດີ​ເດັ່ນ​ຂອງ​ລາວ. ຫວນ​ຄືນ​ເຫດ​ການ ທ່ານ ສົມບັດ ສົມ​ພອນ ຖືກ​ລັກ​ຖາ​ໂຕ ໃນ​ວັນ​ທີ 15 ທັນ​ວາ 2012 ຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ ເຂດ​ບ້ານ​ວັດ​ນາກ ຖ​ນົນ​ທ່າ​ເດື່ອ ເມືອງ ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ. ຈາກວັນ​ທີ່ ທ່ານ ສົມ​ບັດ ຖືກ​ລັກ​ພາ​ໂຕ​ໄປ ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ເປັນ​ເວ​ລາເກືອບ 10 ປີ, ຍາ​ນາງ ຍາ​ນາງ ຊຸ່ຍ ເມັ້ງ (Shui Meng) ພັ​ນຣະ​ຍາ​ຂອງ​ທ່ານ​ສົມ​ບັດ ກໍ​ຍັງ​ຄົງ​ທວງ​ຖາມ ແລະ ຊອກ​ຫາ ທ່ານ ສົມ​ບັດ ຢູ່. ຍາ​ນາງ ຊຸ່ຍ ເມັ້ງ (Shui Meng) ໄດ້​ໃຫ້ສັມພາດ​ຕໍ່ ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ:

ນັກ​ຂ່າວ: ເປັນ​ຈັ່ງໃດ ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ ​ເປັນ​ເວ​ລາ 10 ປີນີ້. ມີ​ຂ່າວ​ຄາວ​ຫຍັງ​ແດ່?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): "10 ແລ້ວ ກະ​ບໍ່​ມີ​ຂ່າວ​ອີ່​ຫຍັງ​ເລີຍ ຫຼາຍ​ປີ​ມານີ້ ກໍ​ແຫ່ງບໍ່​ມີ​ຂ່າວ​ຫຍັງ. ບໍ່​ໄດ້​ຄຳ​ຕອບ ກະ​ບໍ່​ມີ​ຜູ້​ໃດ​ພົວ​ພັນ​ນຳ ກະ​ບໍ່​ມີ​ຜູ້​ໃດ​ຖາມ​ຫາ​ກ່ຽວ​ກັບ​ເພິ່ນ ລະ​ກະ​ບໍ່​ມີຂ່າວ​ຫຍັງ.

ຫຼັງ ​ຈາກ​ປີທີ 2, ປີທີ 3 ກະ ທຳອິດ​ກະ​ຍັງ​ມີ ຍັງ​ຂຽນ​ຈົດ​ໝາຍ. ບໍ່​ໄດ້​ຮັບ​ຄຳ​ຕອບ​ໂດຍ​ກົງ​ ກະມີ​ຄົນ​ເວົ້າ​ເຖິງ​ຢູ່ ແຕ່​ວ່າ 7-8 ປີ​ມາ​ແລ້ວ ປັດ​ຈຸ​ບັນ ບໍ່​ມີ​ຂ່າວຍ​ຫຍັງເລີຍ."

ນັກ​ຂ່າວ: ໃນ​ສ່ວນ​ຂອງເຈົ້າ​ໜ້າ​ທີ່​ ທາງ​ການ​ລາວ​ເດ້?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): "ແຫ່ງ​ຊິບໍ່​ມີ ທາງ​ກາ​ນ​ລາວ​ແຕ່​ໃດ​ມາ​ ກະບໍ່​ໄດ້​ເວົ້າ​ເຖິງ ແລະ ບໍ່​ໄດ້​ໂດຍ​ກົງ ​ເວົ້າບໍ່​ໄດ້​ໂດຍ​ກົງ ພົບ​ຂ້ອຍ​ຈັກ​ເທື່ອ​ນະ ເຂົາ​ເຈົ້າ​ຖື​ຂ້ອຍບໍ່​ແມ່ນ​ຄົນ​ລະ​ນະ ບໍ່​ໄດ້​ມາ​ພົວ​ພັນ​ນຳ​ຂ້ອຍໂດຍ​ກົງ​ເລີຍ."

ນັກ​ຂ່າວ: ຕ​ລອດ 10 ປີ ມານີ້ ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່ ຈາກ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມ​ພອນ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): "ສິ່ງ​ທີ່​ຂ້ອຍ​ໄດ້​ສ​ລຸບ​ມາ ນຶ່ງ​ແມ່ນ ເຈົ້າ​ໜ້າ​ທີ່ ບໍ່​ຍອມ​ຮັບ​ວ່າ ສົມ​ບັດ ຖືກ​ລັກພາ​ໂຕ​ໄປ. ເຂົາ​ເຈົ້າ​ບໍ່​ໄດ້​ເວົ້າ​ອີ່​ສັງກັບ​ທາງນີ້. ຮູ້​ສຶກວ່າ ເຂົາ​ເຈົ້າ​ຢາກ​ໃຫ້​ທຸກ​ຄົນ ​ບໍ່​ຄຶດ​ເຖິງ ອັນ​ນີ້ ແມ່ນ​ຄຶດ​ວ່າ ອັນ​ນີ້ ແມ່ນ​ວິ​ທີ​ການ ຂະ​ເຈົ້າ​ເຮັດ​ຈັ່ງ​ຊີ້​. ກະ​ບໍ່​ໃຫ້​ຄຳ​ຕອບ ແລະ ບໍ່​ໃຫ້​ຄົນ​ຄຶດ​ເຖິງ ເຂົາ​ເຈົ້າ​ກະ​ບໍ່​ໄດ້​ສະ​ແດງວ່າ ຕໍ່​ເຫດ​ການ​ໂຕນີ້ ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຍັງ ບໍ່​ຢາກ​ຮັບ​ຜິດ​ຊອບ​ຫຍັງ​ເລີຍ ແທນ​ທີ່​ວ່າ ມີ CCTV ມັນ​ແຈ້ງ​ອອກ​ມາ ເຂົ້າ​ເຈົ້າ ໝາຍ​ຄວາມ​ວ່າ ບໍ່​ຢາກ​ຮັບ​ຜິດ​ຊອບ ກັບ​ເຣື່ອງນີ້​ເລີຍ."

ນັກ​ຂ່າວ: ແລ້ວ​ເນື່ອງ​ໃນ 10 ປີ ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມ​ພອນ ທາງ​ຄອບ​ຄົວ ຈະ​ໄດ້​ເຮັດ​ກິ​ຈ​ກັມ​ຫຍັງ ເພື່ອ​ລໍາ​ລຶກ​ເຖິງ​ເພິ່ນ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): "ຄອບ​ຄົວ​ເຮົາ ຂະ​ເຈົ້າ​ເປັນ​ຄົນ​ລາວ​ເນາະ ກະ​ເວົ້າ​ຫຍັງ​ກະ​ບໍ່​ໄດ້ ແຕ່​ສ່ວນ​ຫຼາຍ​ ກະ​ບໍ່​ໄດ້​ເວົ້າ​ຫຍັງ ມີ​ແຕ່​ທຸກໆ ປີເນາະ ເຂົາ​ກະ​ເຮັດ​ບຸນ​ໃຫ້​ເພິ່ນ ໄປ​ວັດ​ເຮັດ​ບຸນ​ໃຫ້​ເພິ່ນ.

ຄົບ ​ຮອບ​ວັນ​ທີ 15 ຂອງ​ທຸກ​ປີ ເຮົາ​ກະ​ເຮັດ​ບຸນ​ໃຫ້​ເພິ່ນ ອັນ​ນີ້ ເປັນ​ພີ່​ນ້ອງ​ຄົນ​ລາວ​ເຮົາ​ເນາະ ແຕ່ ຂ້າ​ພະ​ເຈົ້າ​ເອງ​ ກະ​ຕ້ອງ ສືບ​ຕໍ່ ຕໍ່​ສູ້ ບໍ່​ໃຫ້​ຄົນ​ເຮົາ​ລືມ​ວ່າ ເຫດ​ການ​ໂຕນີ້ ຍັງ​ບໍ່​ໄດ້​ແກ້​ໄຂ ແລະ ກະ​ຍັງ​ຕໍ່​ສູ້​ເວົ້າ​ນຳ​ຣັ​ຖ​ບານ ທາງນອກ​ເນາະ ກະ​ຜູ້​ທີ່​ວ່າ ມີ​ຫ້ອງ​ການ​ຢູ່ນີ້ ກະ​ໄດ້ພໍ້​ເຂົາ​ ເຂົາກະ​ຊຸກ​ຍູ້​ ເຂົາ​ເຈົ້າ​ວ່າ ຊ່ວຍ​ແກ້​ໄຂ​ ບັນ​ຫາ​ໂຕນີ້​ແດ່ ເວົ້າ​ເຖິງ ຖາມ​ຫາ ເຫດ​ການ​ຂອງ​ ສົມ​ບັດ ສົມ​ພອນ ປັດ​ຈຸບັນ​ຮອດ​ໃສ​ແລ້ວ. ກະ​ມີ​ແຕ່ ທຸກ​ປີ​ກະ​ຍັງ​ສູ້​ຢູ່."

ນັກ​ຂ່າວ: ແຕ່​ວ່າ ໃນ​ສ່ວນ​ອົງ​ການ​ ພາກ​ປະ​ຊາ​ສັງ​ຄົມ ​ທີ່​ເປັນ ເພື່ອນ​ຮ່ວມ​ອຸ​ດົມ​ການ ຂ​ອງ​ທ່ານ ສົມ​ບັດ ສົມ​ພອນ ເດ້?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): "ອົງ​ກອນ​ພາຍ​ນອກ ​ກໍ​ຍັງ​ເຮັດ​ຢູ່ ໂດຍ​ສະ​ເພາະ​ ເປັນ​ອົງ​ການ Human Rights Organizations ແລະ ເຄືອ​ຂ່າຍ​ຢູ່​ທາງນອກ ເຂົາ​ເຈົ້າ​ກະ​ຍັ​ງ​ຖາມ​ຫາ​ຢູ່ ສືບ​ຕໍ່​ຢູ່ ແຕ່​ວ່າ ຍ້ອນ​ຊ້ວງ​ໂຄວິດ​ເນາະ ກະ​ໂອ​ກາດ​ທີ່​ວ່າ​ໄປ​ປະ​ຊຸມບໍ່ ຈັດ​ຕັ້ງ​ປະ​ຊຸມ ກໍ​ບໍ່​ໄດ້​ມີ​ໂອ​ກາດ​ຫຼາຍ​ປານ​ໃດ,

ແຕ່ ​ວ່າ ເຣີ່ມ​ມີ​ອີກ​ແລ້ວ ເຣີ່ມ​ມີ​ອີກກະ ຖ້າ​ວ່າ ອົງ​ກອນ​ໃດ ເຊີນ​ຂ້າ​ພະ​ເຈົ້າ​ໄປ ອອກ​ຄຳ​ເຫັນ​ຂ້ອຍ​ກະ​ໄປ. ອົງ​ກອນ​ຢູ່​ພາຍ​ນອກ​ ຢູ່​ບາງກອກ​ເນາະ ຢູ່​ໄທ​ຍ​ເນາະ ​ມີ​ກິ​ຈ​ກັມ ຄື ສົມ​ບັດ Symposium ເນາະ.

ກະ ​ແຕ່​ກ່ອນ​ໂຄວິດ ທຸກ​ປີ​ກະ​ໄດ້​ຈັດ ເນາະ ປີນີ້ ກະ​ເຣີ່ມ​ຈັດ​ອີກ​ແລ້ວ ພາຍ​ໃນ​ເດືອນ 12 ກະ​ມີ 2-3 ກິ​ຈ​ກັມ​ຈັ່ງ​ຊີ້ ມັນ​ຄົບ​ຮອບ 10 ປີ​ເນາະ ເຂົາ​ເຈົ້າ​ກະຖື​ໂອ​ກາດ​ຄົບ​ຮອບ 10 ປີ, ແຕ່​ປີ​ກາຍ​ເນາະ ປີ​ກາຍ​ກະ Shi Meng ກໍ​ຂຽນ​ປຶ້ມ​ຫົວ​ນຶ່ງ ແລ້ວ​ເນາະ ກະປີ​ກາຍ ກະ​ໄດ້​ອອກ​ປຶ້ມ​ຫົວ​ນຶ່ງ ເຣື່ອງ​ກ່ຽວ​ກັບ​ສົມ​ບັ​ດ​ ເນາະ ແລະ ກະ​ໄດ້​ຈັດ​ຢູ່​ບາງກອກ​ຄື​ກັນ."

ນັກ​ຂ່າວ: ສຸດ​ທ້າຍນີ້ ຢາກ​ຝາກ​ເຖິງ​ໃຜ ກ່ຽວ​ກັບ​ວ່າ ທ່ານ ສົມ​ບັດ ສົມ​ພອນ ໄດ້​ຖືກ​ລັກ​ພາ​ໂຕ​ໄປ ເຮົາ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ ແນວ​ໃດ ເຮົາ​ໄດ້​ຮັບ​ຄວາ​ມ​ທໍ​ຣະ​ມານ​ແນວ​ໃດ ໃນ​ຖາ​ນະ​ເປັນ​ພັ​ນຣະ​ຍາ ​ຜູ້​ນຶ່ງ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): "ນີ້​ຂ້ອຍ​ກະ​ຂຽນ​ດ້ວຍ​ສະ​ເຕດ​ເມັ້ນ ເນາະ ຊິ​ອອກ​ພາຍ​ໃນ​ວັນ​ທີ 15 ເນາະ ແລະ ກະ​ຊິ​ມີ​ສະ​ເຕດ​ເມັ້ນ​ນ​ເນາະ ອັນ​ນີ້ ກະ​ແມ່ນ​ຮ້ອງ​ຂໍ​ເນາະ ຮ້ອງ​ຂໍ​ໃຫ້​ຣັ​ຖ​ບານ ກະ​ໃຫ້​ຄຳ​ຕອບ​ເນາະ ຜູ້​ກ່ຽວ​ຂ້ອງ​ເນາະ ເຈົ້າ​ໜ້າ​ທີ່​ລາວ ຕ້ອງ​ໃຫ້​ຄຳ​ຕອບ ແລະ ຮ້ອງ​ຂໍ​ບັນ​ດາ​ປະ​ເທດ​ເພື່ອນ​ມິຕ ເນາະ ກະ​ຢ່າ​ຊິ​ລືມ ອັນ​ນີ້ ກະ Case ກໍ​ຣະ​ນີ ຂອງ​ສົມ​ບັດ ຍັງ​ບໍ່​ທັນ​ໄດ້​ຖືກ​ແກ້​ໄຂ​ເທື່ອ ແລະ ຮ້ອງຂໍອົງການ Organizations ຕ່າງໆ ກະ​ຢ່າ​ຊິ​ລືມ ອັນ​ນີ້ ກະ​ຄົບ​ຮອບ 10 ປີ​ລະ ຍັງ​ບໍ່​ທັນ​ໄດ້​ມີ​ຄໍ​າ​ຕອບ​ຈັກ​ເທື່ອ."

ນັກ​ຂ່າວ: ຄຳ​ຖາມ​ສຸດ​ທ້າຍ ເຮົາ​ຍັງ​ຈະ​ສື​ບ​ຕໍ່​ທວງ​ຖາມ​ຕໍ່​ໄປ​ເບາະ ເຖິງວ່າ ຈະ​ບໍ່​ໄດ້​ຮັບ​ຄຳ​ຕອບ?

ຍາ​ນາງ ຊຸ່ຍ ເມັ້ງ (Shui Meng): "ຂ້ອຍ​ຈະ​ຕ້ອງ​ສືບ​ຕໍ່ ຂ້ອຍ​ກະ​ເຮັດ​ຕໍ່ ຈົນ​ກວ່າ ຂ້ອຍບໍ່​ມີ​ຊີ​ວິຕ​ແລ້ວ ເພາະ​ວ່າ ເຣື່ອງນີ້ ບໍ່​ແມ່ນ​ຊິ​ລືມ​ໄດ້ ຂ້ອຍ​ກໍ​ຕ້ອງ​ເຮັດ​ຕໍ່ ເພາະ​ວ່າ ຂ້ອຍ​ຍັງ​ມີ​ຊີ​ວິຕ."

​ນອກ​ຈາກນີ້ ຍານາງສາລມາລີ ກັຕທັລ (Shalmali Guttal), ຜູ້​ອຳ​ນວຍ​ການ ອົງ​ການ Focus on the Global South ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ແລະ ເປັນ​ຜູ້​ທີ່​ເຄີຍ​ຮ່ວມ​ງານ ​ກັບ​ທ່ານ ສົມ​ບັດ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ: “ເປັນ​ເວ​ລາເກືອບ 10 ຫຼັງ​ຈາກ ທ່ານ ສົມ​ບັດ ຖືກ​ລັກ​ພາ​ໂຕ​ໄປ ບໍ່​ສະ​ເພາະ​ແຕ່ບໍ່​ມີ​ຄວາມ​ຄືບ​ໜ້າ ​ໃນ​​ການ​ຫາຍ​ສາບ​ສູນ​ ຂອງ​ທ່ານ​, ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ, ບໍ່​ມີ​ການສືບ​ສວນ​ສອບ​ສວນ, ບໍ່​ມີ​ຄຳ​ອະ​ທິ​ພາບ. ແມ່​ແຕ່​ຄວາມ​ຈິງ​ທີ່​ວ່າ ບໍ່​ມີ​ຮອດ​ການ​ສະ​ແດງ​ຄວາມ​ເສັຽ​ໃຈ ແລະ ບໍ່​ມີ​ການ​ຄົ້ນ​ຫາ​ແນວ​ໃດ ຈາກ​ທາງ​ການ​ລາວ ແລະ ໃນ​ເວ​ລາ​ດຽວ​ກັນ ​ການ​ທີ່​ຄົນ​ລາວ ຫາຍ​ສາບ​ສູນຄື ທ່ານ ສົມ​ບັດ ມັນ​ເປັນ​ການ​ສູນ​ເສັຽ ບຸກ​ຄົນ​ທີ່​ມີ​ຄຸນ​ຄ່າ​ ​ທ່າງ​ສັງ​ຄົມ.”

ຍານາງ Shalmali Guttal, ຍັງ​ກ່າວ​ຕື່ມ​ວ່າ: “ອາ​ສ​ຍາ​ກັມ ກາ​ນ​ບັບ​ຄັບ​ໃຫ້​ຫາຍ​ສາບ​ສູນ ຍັງ​ຄົນ​ງ​ເກີດ​ຂຶ້ນ ຄອບ​ຄົວ​ຂອງ​ທ່ານ ສົມ​ບັດ ກໍ​ຍັງ​ບໍ່​ຮູ້​ວ່າ ແມ່ນ​ຫຍັງ​ເກີດ​ຂຶ້ນ ສະ​ນັ້ນ​ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ​ຫຍັງ​ອອກ​ມາ, ບໍ່​ວ່າ ຈະ​ຢູ່​ລະ​ບອບ​ການ​ເມືອງ​ໃດ​ກໍ​ຕາມ ຣັ​ຖ​ບານຈະ​ຕ້ອງ​ຮັບ​ຜິດ​ຊອບ ​ຕໍ່​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ ​ຂອງ​ພົ​ລ​ເມືອງ​ໂຕ​ເອງ ສ​ເມີ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທີ່​ຜ່ານ​ມາ ທາງ​ການລາວ ​ກໍ​ອອກ​ມາ​ປະ​ຕິ​ເສດ​ວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ ​ກັບການ​ລັກ​ພາ​ໂຕ​ ທ່ານ ສົມ​ບັດ ສົມ​ພອນ ແລະ ຢືນ​ຢັນ​ວ່າ ຍັງ​ຄົງ​ພະ​ຍາ​ຍາມ ສືບ​ຫາ​ ທ່ານ ສົມ​ບັດ ສົມ​ພອນ ຢູ່.

ສ່ວນ​ວ່າ ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມ ຢູ່​ປະ​ເທດ​ໄທ​ຍ ໃນ​ວັນ​ທີ 2 ທັນ​ວາ 2022 ໄດ້​ຈັດ​ກິ​ຈ​ກັມເວົ້າເຖິງ ​ຜົ​ລ​ງານ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ຢູ ຈຸ​ລາ​ລົງ​ກອນ ມະ​ຫາ​ວິ​ທະ​ຍາ​ໄລ, ບາງກອກ ປະ​ເທດ​ໄທ​ຍ.

ວັນ​ທີ 13 ທັນ​ວາ 2022 ຈະ​ມີ​ການ​ຖ​ແລງ​ຂ່າວ ກ່ຽວ​ກັບ ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມ​ພອນ ຄົບ​ຮອບ 10 ປີ ຢູ່ ສະ​ມາ​ຄົບ​ນັກ​ຂ່າວ​ ຕ່າງ​ປະ​ເທດ ​ແຫ່ງ​ປະ​ເທດ​ໄທ​ຍ ຢູ່ ບາງກອກ.

ວັນ​ທີ 14 ທັນ​ວາ 2022 ຈະ​ມີ​ການ​ບັນ​ຍາຍ​ສ​ລຸບ ສຳ​ລັບ ທູ​ຕາ​ນຸ​ທູຕ ຢູ່​ສ​ຖານ​ທູຕ ສະ​ວີເດັນ, ບາງກອກ, ​ປະ​ເທດ​ໄທ​ຍ.

ວັນ​ທີ 15 ທັນ​ວາ 2022 ຈະ​ມີ​ການ​ເວົ້າ​ເຖິງ ​ປະ​ເດັນ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ຢູ່ ຫໍ​ສິລ​ປະ​ວັ​ທ​ນະ​ທັມກຸງ​ເທບ (ບາງກອກ), ປະ​ເທດ​ໄທ​ຍ.