ນັກທຸລະກິດຈີນ ແລະ ຫວຽດນາມ ເຂົ້າໄປລັກລອບຂຸດຄໍາ ຢູ່ເຂດຫວງຫ້າມເດັດຂາດ ທີ່ຂຶ້ນກັບອຸທະຍານແຫ່ງຊາດ ນໍ້າແອດ-ພູເລີຍ ເມືອງຮ້ຽມ ແຂວງ ຫົວພັນ.
ເຈົ້າໜ້າທີ່ວິຊາການທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ ຈຸດພິກັດທີ່ມີການລັກລອບຂຸດຄໍາດັ່ງກ່າວ ຢູ່ໃນເຂດແມ່ນໍ້າຮ່າງ ຕັ້ງຢູ່ໃນອຸທະຍານແຫ່ງຊາດ ນໍ້າແອດ-ພູເລີຍ ຂຶ້ນກັບເມືອງຮ້ຽມ ເຊິ່ງມີການລັກລອບຂຸດຄົ້ນນັບແຕ່ປີ 2025 ເປັນຕົ້ນມາ.
ທີ່ຜ່ານມາ ທ້າຍປີ 2025, ເຈົ້າໜ້າທີ່ແຂວງຫົວພັນ ໄດ້ລົງໄປກວດລ້າງຈັບກຸມແລ້ວຄັ້ງນຶ່ງ ແຕ່ ປັດຈຸບັນ ຜູ້ລັກລອບ ກໍກັບເຂົ້າມາຂຸດຄົ້ນຄໍາອີກຄືເກົ່າ.
ເຈົ້າໜ້າທີ່ວິຊາການທ່ານນີ້ ຍັງກ່າວຕື່ມວ່າ ຜູ້ເຂົ້າໄປຂຸດຄົ້ນ ໄດ້ໃຫ້ສິນບົນແກ່ເຈົ້າໜ້າທີ່ຄຸ້ມຄອງ ອຸທະຍານ ເມືອງຮ້ຽມ ເພື່ອເບີກທາງໃຫ້ມີການຂຸດຄົ້ນ ຄໍາໃນເຂດດັ່ງກ່າວ.
ຈຸດທີ່ມີການຂຸດຄໍາ ຕັ້ງຢູ່ອຸທະຍານແຫ່ງຊາດ ນໍ້າແອດ-ພູເລີຍ ເຊິ່ງເປັນເຂດຫວງຫ້າມຂັ້ນເດັດຂາດ ຫລື Core Zone.
ປັດຈຸບັນ ມີເຄື່ອງກົນຈັກຂຸດຄໍາ ເຊັ່ນ ລົດຈົກ 17 ຄັນ ແລະ ຕະແກງເຫຼັກ ເຄື່ອງຮ່ອນຄໍາ 7 ອັນ.
ນອກຈາກນີ້ ຍັງມີການຂຸດຄົ້ນຄໍາ ທີ່ຜິດກົດໝາຍ ຢູ່ບໍລິເວນ ຕີນນໍ້າແອດ-ພູເລີຍ ເຊັ່ນດຽວກັນ.
