ເຈົ້າໜ້າທີ່ໄທຍ ຈັບຄົນລາວ 2 ຄົນ ທີ່ລັກລອບເຂົ້າ ປະເທດໄທຍ

ໃນມື້ວັນທີ 21 ມີນາ ເວລາ 11 ໂມງຕອນກາງຄືນ ທະຫານພຣານ ຊຸດສຸຣະສັກມົນຕຣີ ເມືອງສັງຄົມ ແຂວງໜອງຄາຍ ປະເທດໄທຍ ສາມາດຈັບຊາວລາວໄດ້ 2 ຄົນ ຄື ທ້າວ ແອ ອາຍຸ 41 ປີ ແລະ ທ້າວ ພອນໄຊ ອາຍຸ 47 ປີ, ລະຫວ່າງ ທີ່ທັງ 2 ຂີ່ເຮືອຂ້າມມາຝັ່ງໄທຍ ແບບຜິດກົດໝາຍ ທີ່ບ້ານແກ່ງໄກ່ ເມືອງສັງຄົມ ແຂວງໜອງຄາຍ.