ການປະທ້ວງຣັຖປະຫານ ຢູ່ Myitkyina, Burma

ວີດີໂອ ພົລເມືອງ ເຮັດໃຫ້ເຫັນວ່າ ຜູ້ປະທ້ວງ ກໍາລັງກົ້ມຫົວຫຼົບຫຼີກໜີ, ເມື່ອ ຕຳຣວດ ເປີດສາກຍິງປືນໃສ່ ຢູ່ພາກເໜືອຂອງພະມ້າ. ວິດີໂອ ສຽງຍິງປືນ ຖືກຖ່າຍທອດສົດ ອອກທາງ ເຟສບຸກ. ພວກປະທ້ວງ ພາກັນຮ້ອງໂຮຕີກອງ ຢູ່ໃກ້ໂຮງງານໄຟຟ້າ ໃນນະຄອນຫຼວງ Myitkyina, ຣັດ Kachin. ຍັງບໍ່ຮູ້ເທື່ອວ່າ ຕຳຣວດໄດ້ໃຊ້ລູກປືນຢາງ ຫລື ລູກປືນແທ້, ຫລືວ່າມີ ຜູ້ປະທ້ວງ ຄົນໃດໄດ້ຮັບ ບາດເຈັບ.