ບຸນປີໃໝ່ລາວ ພ.ສ 2564

ຊາວລາວ ພາກັນສເລີມສລອງ ບຸນປີໃໝ່ລາວ ພ.ສ 2564 ຢ່າງອົບອຸ່ນ ແລະ ເປັນປະເພນີ. ບາງແຂວງ ກໍມີຄວາມຄຶກຄື້ນແດ່, ຂະນະທີ່ບາງແຂວງ ກໍເຕັມໄປດ້ວຍຄວາມງຽບເຫງົາ ເນື່ອງຈາກທາງການລາວ ຍັງຄົງບັງຄັບໃຊ້ມາຕການທີ່ເຂັ້ມງວດ ໃນການປ້ອງກັນໂຄວິດ-19. ແຕ່ໂດຍລວມແລ້ວ, ການສເລີມສລອງ ບຸນປີໃໝ່ລາວ ໃນທົ່ວປະເທດ ກໍເປັນໄປດ້ວຍຄວາມຮຽບຮ້ອຍດີ ແລະ ຊາວລາວທຸກຄົນ ຕ່າງກໍໃຫ້ຄວາມຮ່ວມມື ກັບພາກສ່ວນທີ່ກ່ຽວຂ້ອງ ໃນການປ້ອງກັນໂຄວິດ-19 ດ້ວຍການໃສ່ຜ້າອັດປາກອັດດັງ ຢ່າງພ້ອມພຽງຮຽງໜ້າກັນ