ການປະທ້ວງຢູ່ ສະຖານທູດ ອິນໂດເນເຊັຽ ປະຈຳ ພະມ້າ

ຫຼາຍຮ້ອຍຄົນ ປະທ້ວງຢູ່ຕໍ່ໜ້າ ສະຖານທູດ ອິນໂດເນເຊັຽ ປະຈຳພະມ້າ. ພວກເຂົາເຈົ້າຮຽກຮ້ອງ ໃຫ້ນະຄອນຫຼວງຈາກາຕາ ບໍ່ຮັບຮູ້ການຮຽກຮ້ອງ ຂອງທະຫານພະມ້າ ທີ່ໃຫ້ມີການເລືອກຕັ້ງໃໝ່ ຫຼັງຈາກຍຶດອຳນາດ ໃນຕົ້ນເດືອນນີ້. ການປະທ້ວງ ມີຂຶ້ນ ຍ້ອນມີຣາຍງານວ່າ ສື່ ອິນໂດເນເຊັຽ ຮຽກຮ້ອງໃຫ້ ສະມາຄົມອາຊຽນ ສົ່ງຜູ້ຕິດຕາມກວດກາ ເພື່ອ ຮັບປະກັນ ໃຫ້ນາຍພົນທະຫານ ຈັດການເລືອກຕັ້ງ ທີ່ເປັນທັມ, ຕໍ່ມາອິນໂດເນເຊັຽ ໄດ້ປະຕິເສດ ຕໍ່ຣາຍງານຂ່າວດັ່ງກ່າວ.