ນໍ້າຖ້ວມເມືອງເຊໂປນ ຮອບ 2-3

ພາບທີ່ທ່ານເຫັນຢູ່ໃນຂນະນີ້ ແມ່ນນໍ້າຖ້ວມ ບ້ານຫ້ວຍສານ ເມືອງເຊໂປນ ແຂວງສວັນນະເຂດ ເມື່ອວັນທີ 18 ຕຸລາ 2020. ເປັນການຖ້ວມຮອບສອງ ຢູ່ເມືອງເຊໂປນ, ທາງການເຕືອນວ່າ ຝົນຍັງຕົກ ຢ່າງຕໍ່ເນື່ອງ. ເມື່ອວັນທີ 09 ຕຸລາ ຜ່ານມາ ທາງການກໍໄດ້ຣາຍງານວ່າ ນໍ້າຖ້ວມເມືອງເຊໂປນ ເຂົ້າຂັ້ນວິກິດ, 38 ບ້ານ ຈົມຢູ່ໃຕ້ນໍ້າ ແລະ ພື້ນທີ່ການປູກຝັງ ແລະ ລ້ຽງສັດເສັຍຫາຍ ຢ່າງຫຼວງຫຼາຍ.