ສູນກັກໂຕ ຄົນງານລາວໃນໄທຍ ຊຸດທຳອິດ

ໃນລະຫວ່າງ ວັນທີ 28-31 ມີນາ ທີ່ຜ່ານມາ ທາງການແຂວງໜອງຄາຍ ໄດ້ສົ່ງຄົນງານລາວ ຊຸດທຳອິດ ທີ່ຂ້າມມາໄທຍ ໂດຍຜ່ານຂັ້ນຕອນ ທີ່ໄດ້ລົງນາມ ຕາມບັນທຶກຄວາມເຂົ້າໃຈ ຫຼື MOU ຊຶ່ງຜ່ານທາງດ່ານຂົວມິດຕພາບ ນະຄອນຫຼວງວຽງຈັນ-ໜອງຄາຍ ເກືອບ 500 ຄົນ ໄປຍັງສູນກັກໂຕ ຊຶ່ງມີຢູ່ຫຼາຍກວ່າ 10 ແຫ່ງ ພາຍໃນແຂວງໜອງຄາຍ.