ຊາວລາວ ເດີນທາງກັບພູມລຳເນົາ

ນີ້ແມ່ນຄິວຣົດເມສາຍເໜືອ ແລະ ສາຍໃຕ້ ໃນຕອນແລງ ຂອງວັນທີ 12-13 ເມສາ 2021 ນີ້, ອັນເຕັມໄປດ້ວຍຊາວລາວ ທີ່ພວມເດີນທາງກັບພູມລຳເນົາ ຈາກນະຄອນຫຼວງວຽງຈັນ ເພື່ອໄປສເລີມສລອງ ບຸນປີໃໝ່ລາວ ພສ. 2564 ກັບຄອບຄົວ ໃນແຂວງຕ່າງໆ, ເຊິ່ງເຮັດໃຫ້ຄິວຣົດ ມີບັນຍາກາດທີ່ຄຶກຄັກ ແລະ ໜາແໜ້ນໄປດ້ວຍຜູ້ຄົນ ຈົນເຮັດໃຫ້ຜູ້ປະກອບການຣົດໂດຍສານ ຕ້ອງເພີ່ມຖ້ຽວຣົດ ໃນບາງເສັ້ນທາງ ເພື່ອຮອງຮັບກັບຈຳນວນຜູ້ໂດຍສານ