ນາຍົກລາວ ແລະ ນາຍົກໄທຍ ພົບພໍ້ກັນ

ນາຍົກລາວ ແລະ ນາຍົກໄທຍ ໄດ້ພົບພໍ້ກັນຢ່າງເປັນທາງການ ທີ່ນະຄອນຫຼວງບາງກອກ ໃນວັນທີ 1 ມິຖຸນາ 2022 ທີ່ຜ່ານມານີ້, ທັງໄດ້ຮ່ວມກັນ ເຊັນສັນຍາ 3 ສບັບ ເພື່ອຍົກລະດັບຄວາມສັມພັນ ສູ່ການເປັນຫຸ້ນສ່ວນ ທາງຍຸທສາຕ, ອັນທີ່ເອີ້ນວ່າ “ຄູ່ຮ່ວມຍຸທສາຕ ເພື່ອການຈະເຣີນເຕີບໂຕ ແລະ ພັທນາແບບຍືນຍົງ”