ຕຳຣວດທຸບຕີ ໜ່ວຍແພດ ອາສາສມັກ ທີ່ຊ່ອຍ ພວກປະທ້ວງ ຜູ້ບາດເຈັບ.

ວີດີໂອ ພິເສດ ຂອງ RFA ສະແດງໃຫ້ເຫັນວ່າ ຕຳຣວດທຸບຕີ ໜ່ວຍແພດ ອາສາສມັກ ໃນ ນະຄອນຢ້າງກຸ້ງ ປະເທດພະມ້າ. ພາບນີ້ມາຈາກກ້ອງວົງຈອນປິດ ຢູ່ເຂດຊຸມຊົນ ພາກເໜືອ ຂອງເມືອງ Okkalapa. ໜ່ວຍອາສາສມັກກໍາລັງ ຊ່ອຍພວກປະທ້ວງ ຕໍ່ຕ້ານຣັຖປະຫານ ທີ່ໄດ້ຮັບບາດເຈັບ. ຕໍ່ມາ RFA ໄດ້ຮູ້ວ່າ ພວກເຂົາເຈົ້າ ໄດ້ຖືກສົ່ງໄປຢູ່ຄຸກ Insein ທີ່ມີຊື່ດັງ ໃນນະຄອນ ຢ້າງກຸ້ງ. ເຫດການເກີດຂຶ້ນ ໃນມື້ດຽວກັນ ທີ່ກອງກຳລັງ ຮັກສາຄວາມໝັ້ນຄົງ ສັງຫານ ຜູ້ຕໍ່ຕ້ານ ຣັຖປະຫານ ຢ່າງນ້ອຍ 26 ຄົນ ໃນທົ່ວພະມ້າ. ມັນເປັນມື້ ທີ່ເກີດເຫດການ ຮ້າຍແຮງທີ່ສຸດ ນັບແຕ່ ຣັຖບານທະຫານ ໄດ້ຍຶດອຳນາດ ໃນວັນທີ 1 ກຸມພາ. ຈຳນວນຜູ້ເສັຽຊີວິດ ນັບແຕ່ການກໍ່ ຣັຖປະຫານ ມີຢ່າງນ້ອຍ 50 ຄົນ.