ຊາວພະມ້າປະທ້ວງ ຣັຖປະຫານ

ຫຼາຍສິບພັນຄົນ ພາກັນເດີນຂະບວນຢູ່ຕາມຖນົນ ຫົນທາງ ໃນຂນະທີ່, ການປະທ້ວງຕໍ່ຕ້ານ ຣັຖປະຫານ ໄດ້ເພີ່ມຂຶ້ນ ໃນຫົວເມືອງຕ່າງໆ ທົ່ວປະເທດພະມ້າ. ພວກປະທ້ວງ ພາກັນໂຮ່ຮ້ອງ ຄຳຂວັນທີ່ຮຽກຮ້ອງ ໃຫ້ປ່ອຍຕົວ ຍານາງ ອອງ ຊານ ຊຸ ຈີ ແລະ ຜູ້ນຳພົລເຮືອນຄົນອື່ນໆ ທີ່ຖືກກັກຂັງ ຫຼັງຈາກທະຫານ ໄດ້ເຂົ້າຍຶດຄອງ ຄວບຄຸມ ໃນວັນຈັນ ທີ່ຜ່ານມາ. ຢູ່ນະຄອນຫຼວງເນປີດໍ, ຜູ້ປະທ້ວງໄດ້ແຫ່ຂະບວນຣົດຈັກປະທ້ວງ ໃນຂນະທີ່ ສຳນັກງານ ຣັຖບານກໍມີການປ້ອງກັນ ຄວາມປອດໄພຢ່າງໜາແໜ້ນ. ມາຮອດປະຈຸບັນ, ຍັງບໍ່ມີຣາຍງານ ການປະທະກັນຢ່າງຮຸນແຮງ ຣະຫວ່າງ ຕຳຣວດ ແລະ ຜູ້ປະທ້ວງ.