ເຈົ້າໜ້າທີ່ໄທຍ ຍຶດປືນເຖື່ອນ ລັກນຳເຂົ້າຈາກລາວ

ໃນວັນທີ 8 ມີນາ ທີ່ຜ່ານມາ ເວລາ 4 ໂມງແລງ ທະຫານພຣານ ຊຸດສຸຣະສັກມົນຕຣີ ເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ສາມາດຈັບກຸມຄົນລາວ 2 ຄົນ ຄື ທ້າວ ຍົງ ອາຍຸ 44 ປີ ແລະ ທ້າວ ຈວນ ອາຍຸ 36 ປີ ພ້ອມຂອງກາງປືນສັ້ນ 50 ກະບອກໄດ້ ທີ່ບໍຣິເວນ ແຄມຂອງ ບ້ານນ້ຳໄພຣ ເມືອງສັງຄົມ ແຂວງໜອງຄາຍ ຂະນະທີ່ ກຳລັງເອົາປືນຈຳນວນດັ່ງກ່າວ ລັກຂ້າມນ້ຳຂອງ ມາສົ່ງໃຫ້ຄົນໄທຍ.