ຣັຖບານທະຫານພະມ້າ ຂົ່ມຂູ່ ຈະໄລ່ຄຣູອາຈານ ທີ່ປະທ້ວງ ອອກ

ຂນະນີ້ ຣັຖບານທະຫານ ພະມ້າ ກຳລັງຂົ່ມຂູ່ ວ່າຈະໄລ່ຄຣູສອນ ທີ່ປະທ້ວງອອກ ຖ້າບໍ່ກັບໄປເຮັດວຽກ ໃນເດືອນມິຖຸນາ ຊຶ່ງເປັນເວລາ ເລີ້ມຕົ້ນ ສົກການສຶກສາ. ແຕ່ຄຣູຄົນນຶ່ງ ໄດ້ບອກກັບ RFA ຜ່ານທາງ ໂທຣະສັບວ່າ ຄຣູອາຈານ ຈະຕໍ່ຕ້ານຣັຖບານທະຫານ ຈົນເຖິງທີ່ສຸດ.