ໄລຍະ 1 ເດືອນ ເກີດບັນຫາ ຕາມຊາຍແດນ ລາວ-ໄທຍ ຫຼາຍກໍຣະນີ

ລຳດັບເຫດການ ທີ່ເກີດຂຶ້ນ ຢ່າງຕໍ່ເນື່ອງ ໃນໄລຍະ 1 ເດືອນ ສົ່ງທ້າຍປີ 2022 ທີ່ຜ່ານມາ ຢູ່ຕາມເຂດຊາຍແດນ ແມ່ນ້ຳຂອງ ລາວ-ໄທຍ ກັບ ການສະກັດກັ້ນ ສິ່ງຂອງຜິດກົດໝາຍຕ່າງໆ. ເຖິງແມ່ນວ່າ ຣັຖບານລາວ ແລະ ໄທຍ ມີມາຕການ ຢ່າງເຂັ້ມງວດ ໃນການສະກັດກັ້ນ ແລະ ກວດກາ ຕາມຊາຍແດນ ແຄມນ້ຳຂອງ ໃນໄລຍະ ເທສການປີໃໝ່ ສາກົລ ຫຼາຍຂຶ້ນ ເພື່ອປ້ອງກັນ ການລັກລອບ ສິ່ງຂອງຜິດກົດໝາຍ ຂ້າມພຣົມແດນ ກໍຕາມ, ແຕ່ ກາງເດືອນທັນວາ ເປັນຕົ້ນມາ ຍັງພົບ ການລັກລອບ ຂົນສົ່ງຢາເສບຕິດ, ສິ່ງຂອງຜິດກົດໝາຍ ແລະ ມີການລັກລອບ ຂ້າມແດນຫຼາຍຢູ່.