ຫາດຊາຍ ແລະ ປະເພນີ ທີ່ຫາຍໄປ ໃນບຸນກຸດສົງການ ຍ້ອນເຂື່ອນ

ຫຼາຍປີແລ້ວ ທີ່ການຂຶ້ນ-ລົງ ຜິດທັມມະຊາດ ຂອງແມ່ນ້ຳຂອງ ສົ່ງຜົລເຮັດໃຫ້ຊາວໄທຍ ໃນພາກອີສານ ລຸ່ມແມ່ນ້ຳຂອງ ຕ້ອງພົບກັບຄວາມສູນເສັຽ ທາງດ້ານເສຖກິຈ ແລະ ວັທນະທັມ ຂອງທ້ອງຖິ່ນໄປ ຫຼັງຈາກທີ່ເຂື່ອນໃນຈີນ ແລະ ໃນລາວ ຮວມເຖິງ ເຂື່ອນໃນລຳນ້ຳສາຂາ ທີ່ໄຫຼລົງ ສູ່ແມ່ນ້ຳຂອງ ມັກປ່ອຍນ້ຳ ໃນຣະດູແລ້ງ ຈົນເຮັດໃຫ້ ຫາດຊາຍ ຫຼື ດອນ ທີ່ເຄີຍເປັນ ສະຖານທີ່ທ່ອງທ່ຽວ ຫຼື ສະຖານທີ່ ຈັດກິຈກັມຕ່າງໆ ໃນໄລຍະ ມື້ບຸນກຸດສົງການ ຫຼື ບຸນປີໃໝ່ໄທຍ ແລະ ລາວ, ໃນກາງເດືອນເມສາ ຂອງທຸກໆປີ ຄ່ອຍໆຫາຍສາບສູນໄປ