Dawei, ພະມ້າ ເປັນເຂດຟົດຟື້ນ ຕໍ່ຕ້ານ ຣັຖປະຫານ

ເມືອງ Dawei ກາຍເປັນເຂດ ປະທ້ວງ ຕໍ່ຕ້ານການ ຣັຖປະຫານ ນັບຕັ້ງແຕ່ ທະຫານພະມ້າ ເຂົ້າຍຶດອຳນາດ ໃນວັນທີ 1 ກຸມພາ. ຊາວເມືອງ Dawei ຫຼາຍພັນຄົນ ໃນເຂດ ທະນິນນາຣິ (Tanintharyi) ທາງພາກໃຕ້ ຂອງພະມ້າ ພາກັນເດີນ ຂະບວນຕໍ່ຕ້ານ ຣະບອບທະຫານ ເກືອບທຸກມື້.