ທາງການໄທຍ ໂຄສະນາເຕືອນ ລະວັງຖືກຄ້າມະນຸສ ເຂົ້າເຂດ ສາມຫຼ່ຽມຄຳ

ທາງການແຂວງຊຽງຮາຍ ຂອງໄທຍ ຍັງໃຊ້ມາຕການສະກັດກັ້ນ ການຄ້າມະນຸສ ຂັ້ນສູງສຸດ ໃນການໂຄສະນາເຕືອນໄພ ຕໍ່ປະຊາຊົນພາຍໃນປະເທດ ທີ່ມີຄວາມປະສົງຈະ ຂ້າມແດນ ເຂົ້າໄປເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຫຼັງຈາກທີ່ ໃນໄລຍະ 3 ປີມານີ້ ມີຊາວໜຸ່ມໄທຍ ຈຳນວນ 115 ຄົນ ຖືກຕົວະໄປເປັນເຄືອຂ່າຍ ຄໍເຊັນເຕີ້ຣ໌ (Call Center) ເພື່ອຕົວະໃຫ້ນັກລົງທຶນ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະຈຳນວນນຶ່ງ ຖືກບັງຄັບໃຫ້ໄປຂາຍບໍຣິການທາງເພດ, ແຕ່ເຈົ້າໜ້າທີ່ຂອງໄທຍ ສາມາດຊ່ວຍເຫລືອກັບມາໄດ້ແລ້ວ.