ນ້ຳຂອງຂຶ້ນກະທັນຫັນ ເຮັດໃຫ້ປາກະຊັງ ຕາຍຫຼາຍແສນໂຕ

ສະພາບຄວາມເສັຍຫາຍ ກຳລັງເກີດຂຶ້ນ ກັບຊາວບ້ານ ຜູ້ລ້ຽງປາກະຊັງ ເຂດບ້ານຄົກມາດ ເມືອງຊຽງຄານ ແຂວງເລີຍ ເຊິ່ງຕິດກັບເມືອງຊນະຄາມ ແຂວງວຽງຈັນ. ຄວາມສູນສຽຍດັງກ່າວ ເກີດຈາກລະດັບນ້ຳຂອງ ທີ່ສູງຂຶ້ນຢ່າງໄວວາ ຈາກ 1 ແມັດປາຍ ເປັນ 3.22 ແມັດ ໃນໄລຍະເວລາພຽງ 4 ມື້ ນັບຕັ້ງແຕ່ ວັນທີ 7-11 ສິງຫາ.