ວັນແຫ່ງຄວາມສຸຂສາກົລ

ເນື່ອງໃນວັນທີ 20 ມີນາ ຂອງທຸກໆປີ ເປັນວັນແຫ່ງຄວາມສຸຂສາກົລ, ວິທຍຸເອເຊັຽເສຣີ ຈຶ່ງເດີນທາງໄປຍັງ ແຂວງຕ່າງໆ ໃນພາກກາງ ຂອງໄທຍ ເພື່ອສອບຖາມ ຄວາມທຸກສຸຂ ຂອງຄົນງານລາວ ທີ່ເຂົ້າມາເຮັດວຽກ ໃນປະເທດໄທຍ ວ່າ ພວກຂະເຈົ້າ ຫາຄວາມສຸຂ ແລະ ກຳລັງໃຈໄດ້ ຈາກບ່ອນໃດ ໃນສະຖານະການຣະບາດ ຂອງເຊື້ອໂຄວິດ-19 ແລະ ບັນຫາ ເສຖກິຈ ຕົກຕ່ຳ ໃນໄທຍ.