ຫອຍນ້ອຍລະບາດ ຢູ່ບ່ອນ ລ້ຽງປາກະຊັງ

ກຸ່ມຜູ້ປະກອບການ ປາກະຊັງ ນ້ຳຂອງ ແລະ ຊາວປະມົງ ທີ່ອາສັຍ ຢູ່ເຂດຊາຍແດນ ແຂວງໜອງຄາຍ ແລະ ນະຄອນຫລວງວຽງຈັນ ກຳລັງໄດ້ຮັບ ຜົນກະທົບ ຈາກການລະບາດ ຂອງຫອຍນ້ອຍ ໃນແມ່ນ້ຳຂອງ ຊຶ່ງ ປີນີ້ມີຫອຍ ລະບາດຫຼາຍ ກວ່າປີທີ່ຜ່ານມາ ຍ້ອນວ່າ ລະບົບນິເວດ ແມ່ນ້ຳຂອງ ປ່ຽນໄປ.