ຊາວສວນ ຕໍານິລັດຖະບານ ທີ່ບໍ່ຊ່ວຍແກ້ໄຂ ບັນຫາລາຄາມັນຕົ້ນ ຕົກຕໍ່າລົງ

ຈຳປາທອງ
2025.03.18
ຊາວສວນ ຕໍານິລັດຖະບານ ທີ່ບໍ່ຊ່ວຍແກ້ໄຂ ບັນຫາລາຄາມັນຕົ້ນ ຕົກຕໍ່າລົງ ຮູບພາບ ຂະບວນການຂົນມັນຕົ້ນ ເພື່ອໄປຂາຍ ຢູ່ແຂວງເຊກອງ. ເດືອນມີນາ ປີ 2024.
RFA

ປັດຈຸບັນ ລາຄາມັນຕົ້ນ ໃນລາວ ຍັງຕົກຕໍ່າຄືເກົ່າຢູ່ ແລະບໍ່ມີແນວໂນ້ມວ່າ ຈະຖືກປັບຂຶ້ນເທື່ອ ເຖິງແມ່ນວ່າ ທາງການລາວ ຈະໄດ້ປະຊຸມກັນ ຫາທາງແກ້ໄຂ້ມາແລ້ວ ຫຼາຍເທື່ອກໍຕາມ. ລາຄາມັນຕົ້ນ ທີ່ພໍ່ຄ້າຄົນກາງ ເກັບຊື້ນໍາຊາວສວນມັນຕົ້ນ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ຢູ່ທີ່ປະມານ 850 ກີບຕໍ່ກິໂລ ແຕ່ຊາວສວນ ຈໍານວນໜຶ່ງ ກໍຈໍາເປັນຕ້ອງໄດ້ຂາຍຜົນລະປູກ ຂອງພວກຕົນ ອອກ ເຖິງແມ່ນວ່າ ຈະຫຼຸຍທຶນກໍຕາມ, ເຮັດໃຫ້ຊາວສວນ ຫຼາຍຄົນ ອຸກໃຈ ບໍ່ຢາກປູກມັນຕົ້ນ ຕໍ່ໄປອີກ ດັ່ງຊາວສວນມັນຕົ້ນ ຢູ່ເມືອງສັງທອງຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ມີນານີ້ວ່າ:

“ຊ່ວງປີກາຍ ປີຜ່ານມາລະແມ່ນຈີນຊື້  ເຂົາສົ່ງເຂົ້າຈີນເລີຍເດ ອັນນີ້ຈີນປິດ ຈີນບໍ່ຊື້ປຸບ  ລາຄາກໍຕົກປັບ ແຕ່ກີ້ມັນຊື້ແພງເດ ຕອນເຮັດເທື່ອແລກ ແລ້ວໂອຍ ມາຊື້ແນວນີ້ ຢູ່ໃນລະດັບນີ້ ປີໜ້ານີ້ ບໍ່ມີມັນນ່າ ຄັນບໍ່ຊອກຫາທາງອອກ ຫຼຸບກໍໄດ້ຂາຍ ອັນໃດກໍໄດ້ຂາຍແຫຼະ ຂາຍລຸຂາຍພັງໄປໝົດແຫຼະ.”  

ທາງການລາວ ຈະແກ້ໄຂບັນຫາ ໄດ້ຍາກ

ຊາວສວນຜູ້ນີ້ ເວົ້າຕື່ມວ່າ ເປັນເລື່ອງຍາກ ທີ່ທາງການລາວ ຈະແກ້ໄຂບັນຫາ ລາຄາມັນຕົ້ນຕົກຕໍ່ານີ້ ໄດ້ ເພາະລາຄາມັນຕົ້ນ ຢູ່ລາວ ສ່ວນໜຶ່ງ ແມ່ນຂຶ້ນຢູ່ກັບຕະຫຼາດຈີນ, ຊຶ່ງຫຼາຍຄົນ ເຊື່ອວ່າ ການປູກມັນຕົ້ນ ໃນລາວ ຈະຫຼຸດໜ້ອຍລົງຫຼາຍ ແລະ ຈະບໍ່ມີຄົນປູກອີກ ແລ້ວຫັນໄປປູກພືດອື່ນ ທີ່ມີລາຄາດີກວ່່າແທນ.

ໃນຂະນະດຽວກັນ ຊາວສວນມັນຕົ້ນ ຢູ່ນະຄອນຫຼວງວຽງຈັນ ອີກຜູ້ໜຶ່ງ ກໍເວົ້າວ່າ ມາເຖິງປັດຈຸບັນ ລາຄາມັນຕົ້ນ ກໍຍັງບໍ່ທັນຖືກປັບຂືຶ້ນເທື່ອ, ຍັງຕົກຕໍ່າຄືເກົ່າຢູ່, ຕົນເຊົາປູກມັນຕົ້ນແລ້ວ ຍອມປະຖິ້ມໄປເລີຍ ເພາະຖ້າຝືນປູກຕໍ່ໄປ ກໍຈະມີແຕ່ຂາດທຶນ ຜູ້ທີ່ໄດ້ກໍາໄລ ແມ່ນພໍ່ຄ້າ-ແມ່ຄ້າຄົນກາງ:

“ມັນທົ່ວກັນ ມັນຄືເກົ່າ ຫັ້ນແຫຼະ ບໍ່ທັນຂຶ້ນດອກ ຍອມຖິ້ມເລີຍ ແຕ່ພວກພໍ່ຄ້າມືກາງແທ້ ມັນກໍບໍ່ເປັນຫຍັງ ມັນກໍເຮັດໄດ້ ຫັ້ນແລ້ວ, ຊື້ຕົ້ນທາງມາ ກະມີກໍາໄລ ມັນກໍຊື້ ບໍ່ໄດ້ກໍາໄລມັນກໍບໍ່ຊື້.”

ລາຄາມັນຕົ້ນທີ່ພໍ່ຄ້າຄົນກາງ ຊື້ໄປຂາຍຕໍ່ໃຫ້ໂຮງງານ ຢູ່ທີ່ປະມານກິໂລໜຶ່ງ 1,100 – 1,200 ກີບ ໃນຂະນະທີ່ຊື້ຈາກຊາວສວນ ກິໂລໜຶ່ງ ປະມານ 850-900 ກີບ.

ແລະຊາວສວນມັນຕົ້ນ ອີກຜູ້ໜຶ່ງ ກໍເວົ້າວ່າ ຕົນເຊົາເຮັດສວນມັນຕົ້ນແລ້ວ ເພາະບໍ່ພໍໃຈ ນໍາລາຄາມັນຕົ້ນ ທີ່ຕົກຕໍ່າໂພດ ແລະກໍບໍ່ເຫັນວ່າ ທາງການ ເພິ່ນຈະຫາຊ່ອງທາງແນວໃດ ຊ່ວຍແກ້ໄຂໃຫ້ໄດ້, ເຫັນແຕ່ເພິ່ນປະຊຸມກັນ ກ່ຽວກັບບັນຫານີ້ ເທົ່ານັ້ນ ບໍ່ພໍໃນເລື່ອງນີ້:

“ເລື່ອງລາຄາມັນຕົ້ນນີ້ ລາຄາມັນຖືກໂພດ ກະບໍ່ພໍໃຈນໍາເພິ່ນ ເພິ່ນຈະແກ້ໄຂໄດ້ແນວໃດ ກະບໍ່ຮູ້ເພິ່ນ ບໍ່ເຮັດແລ້ວ.” 

ບັນຫາ ລາຄາມັນຕົ້ນ ຜັນຜວນ

ເມື່ອປີ 2021 ມັນຕົ້ນຢູ່ຫຼາຍແຂວງ ຂອງລາວ ມີບັນຫາລາຄາຊື້-ຂາຍ ບໍ່ເທົ່າກັນ. ບາງແຂວງ ລາຄາຕໍ່າສຸດ ກິໂລໜຶ່ງ 400 ກີບ ແລະສູງສຸດ 3,000 ກີບ ຍ້ອນຖືກນາຍທຶນຕ່າງປະເທດ ທັງຈີນ ແລະຫວຽດນາມ ກົດລາຄາ ແລະ ບໍ່ປັບເປັນລາຄາດຽວ ໃນທົ່ວປະເທດ ເຮັດໃຫ້ລາຄາມັນຕົ້ນຜັນຜວນ.

ເວົ້າເຖິງບັນຫາ ລາຄາມັນຕົ້ນຕົກຕໍ່າ ເຈົ້າໜ້າທີ່ເມືອງສັງທອງ ທ່ານໜຶ່ງ ເວົ້າວ່າ ຕາມທີ່ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງ ເມືອງສັງທອງ ໃຫ້ສໍາພາດວິທະຍຸກະຈາຍສຽງ ແຫ່ງຊາດລາວ ຊຶ່ງຕອນໜຶ່ງ ທ່ານກ່າວວ່າ ທ່ານເອງ ກໍໄດ້ຮິບໂຮມຂໍ້ມູນ ມາແລ້ວ, ເຫັນວ່າ ເປັນທົ່ວປະເທດ ທີ່ລາຄາຕົກຕໍ່າ ພຽງແຕ່ປະມານ 900 ກີບຕໍ່ກິໂລ ແລະກໍ ບໍ່ຮູ້ວ່າຈະແກ້ໄຂແນວໃດ ເພາະມັນເປັນໄປຕາມກົນໄກ ຂອງຕະຫຼາດ.

ທ່ານເວົ້າຕື່ມວ່າ ໃນປີ 2023-2024 ໂຮງງານ ທີ່ໄດ້ເກັບຊື້ມັນຕົ້ນ ໄປຜະລິດເປັນແປ້ງ ຍັງບໍ່ທັນໄດ້ສົ່ງອອກ ຍ້ອນລາຄາຢູ່ຕ່າງປະເທດຕົກຕໍ່າ ສົ່ງອອກບໍ່ໄດ້ ແຕ່ໃນປີ 2024 ທາງໂຮງງານ ຕ້ອງໄດ້ຮັບຊື້ມັນຕົ້ນນໍາຊາວສວນ ເພາະໄດ້ໃຫ້ສັນຍາເອົາໄວ້ ແລະວ່າ ລາຄາມັນຕົ້ນ ຢູ່ລາວ ຂຶ້ນຢູ່ກັບຕ່າງປະເທດ ທີ່ເປັນຜູ້ຮັບຊື້ ຖ້າເຂົາບໍ່ປັບຂຶ້ນລາຄາ ທາງເຮົາກໍປັບຂຶ້ນບໍ່ໄດ້, ມັນເປັນໄປຕາມກົນໄກຕະຫຼາດ ດັ່ງທີ່ທ່ານກ່າວວ່າ:

“ມັນກໍອີງໃສ່ກົນໄກ ສົ່ງອອກໄດ້ບໍ່ ຕ່າງປະເທດ ເພິ່ນຮັບຊື້ບໍ່ ມັນກໍອີງໃສ່ໂຕນີ້ເກາະ ທັງວ່າທັງນັ້ນ ອັນສົ່ງອອກມັນກໍລາຄາບໍ່ຂຶ້ນ ໃຫ້ທາງນີ້ ເພິ່ນກໍບໍ່ສາມາດຈະຂຶ້ນໄດ້.”


ຂ່າວ ກ່ຽວກັນ

ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບ ຕໍ່ກິໂລ

ຊາວສວນມັນຕົ້ນ ເມືອງນານ ພາກັນແຫ່ ໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ

ຊາວສວນມັນຕົ້ນ ຈໍາເປັນຕ້ອງຂາຍມັນຕົ້ນ ໃນລາຄາຖືກ


ລາຄາມັນຕົ້ນຕົກຕໍ່າຫຼາຍ ຢູ່ລາວ ໃນ ປີ 2024 ມີຜົນກະທົບຕໍ່ຊາວສວນ ຢ່າງໜັກ ແລະ ໂຮງງານມັນຕົ້ນ ຢູ່ຫຼາຍແຂວງ ທຽບໃສ່ ປີ 2023 ມັນຕົ້ນດິບ ຫຼຸດລົງ 25% ແລະມັນຕົ້ນແຫ້ງ ຫຼຸດລົງ 26% ຊຶ່ງສ່ວນໜຶ່ງ ແມ່ນເປັນຍ້ອນ ຄວາມຕ້ອງການມັນຕົ້ນ ຂອງຕະຫຼາດຈີນ ຫຼຸດລົງ ແລະ ສ່ວນໜຶ່ງ ກໍເປັນຍ້ອນເງິນເກີບ ເຟີ້ ທີ່ມີຜົນຕໍ່ຕົ້ນທຶນສົ່ງອອກ, ອີງຕາມການລາຍງານ ຂອງສະຖາບັນອຸດສາຫະກໍາ ແລະການຄ້າ ກະຊວງອຸດສາຫະກໍາ ແລະການຄ້າ ທີ່ໄດ້ຈັດກອງປະຊຸມ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຫາລືກັນ ກ່ຽວກັບການຫາທາງແກ້ໄຂ ບັນຫາດັ່ງກ່າວ ໃນມື້ວັນທີ 27 ກຸມພາ ທີ່ຜ່ານມາ ແຕ່ກໍບໍ່ໄດ້ເປີດເຜີບວ່າ ຈະແກ້ໄຂແນວໃດ.

ແຕ່ເຈົ້າໜ້າທີ່ ສະມາຄົມມັນຕົ້ນ ຜູ້ຂໍສະຫງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການຈະປັບລາຄາມັນຕົ້ນ ກໍຕ້ອງຂຶ້ນຢູ່ກັບຕະຫຼາດນໍາດ້ວຍ ແຕ່ປັດຈຸບັນ ຕະຫຼາດຂອງຈີນ ຮັບຊື້ໜ້ອຍລົງ ແລະກໍ ຂຶ້ນຢູ່ກັບຕະຫຼາດ ຂອງໄທນໍາດ້ວຍ ເພາະສ່ວນໃຫຍ່ ລາວສົ່ງຂາຍໃຫ້ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.