ປະຊາຊົນ ເຊື່ອວ່າ ການສໍ້ລາດບັງຫຼວງຢູ່ລາວ ທີ່ມີມາຫຼາຍສິບປີນັ້ນ ຈະບໍ່ໝົດໄປຈັກເທື່ອ
2025.02.21
ໃນປີ 2025 ນີ້ ອົງການກວດສອບແຫ່ງລັດ ຈະກວດສອບ 154 ເປົ້າໝາຍ ທີ່ອາດຈະກ່ຽວຂ້ອງກັບການສໍ້ລາດບັງຫຼວງ ຊຶ່ງໃນນັ້ນ ອົງການກວດສອບແຫ່ງລັດ ຂັ້ນສູນກາງ ຈະກວດສອບ 76 ເປົ້າໝາຍ ອັນມີທັງອົງການຈັດຕັ້ງລັດ 28 ເປົ້າໝາຍ, ທະນາຄານ 15 ເປົ້າໝາຍ, ວິສາຫະກິດລັດ 15 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະຊ່ວຍເຫຼືອລ້າ 18 ເປົ້າໝາຍ ແລະ ສໍາລັບອົງການກວດສອບປະຈໍາ 5 ພາກ ຈະກວດສອບ 78 ເປົ້າໝາຍ, ຄືພາກເໜືອ 1 ມີ 16 ເປົ້າໝາຍ, ພາກເໜືອ 2 ມີ 12 ເປົ້າໝາຍ, ພາກກາງ 1 ມີ 18 ເປົ້າໝາຍ, ພາກກາງ 2 ມີ 12 ເປົ້າໝາຍ ແລະພາກໃຕ້ ມີ 20 ເປົ້າໝາຍ. ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວ ຫຼາຍຄົນ ກໍຍັງບໍ່ໝັ້ນໃຈວ່າ ລັດຖະບານຈະປາບປາມ ການສໍ້ລາດບັງຫຼວງໄດ້ໝົດ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ມີແຕ່ເຮັດວຽກກວດສອບ ຕາມພາລະບົດບາດ ແລະໜ້າທີ່ຂອງຕົນ ເທົ່ານັ້ນ ແລະ ທີ່ຜ່ານມາ ເມື່ອກວດກາເຫັນວ່າ ມີການສໍ້ລາດບັງຫຼວງແລ້ວ ກໍບໍ່ເຫັນວ່າ ຈະມີການລົງໂທດຜູ້ກະທໍາຜິດ ຢ່າງຈິງຈັງແນວໃດ.
ຂ່າວ ກ່ຽວກັນ
ໃນປີ 2024 ດັດຊະນີ ການສໍ້ລາດບັງຫຼວງ ຂອງລາວ ດີຂຶ້ນ ຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114
ປະຊາຊົນເຊື່ອວ່າ ບັນຫາການສໍ້ລາດບັງຫຼວງ ຈະບໍ່ໝົດສິ້ນ
ເຊັ່ນໂຕຢ່າງ ກວດເຫັນພະນັກງານ-ລັດຖະກອນ ຢູ່ແຂວງອັດຕະປື ສໍ້ລາດບັງຫຼວງ ໃນເດືອນກຸມພາ 2024 ທີ່ຜ່ານມາ ລັດຖະບານກໍມີແຕ່ໄດ້ປະກາດ ລົງວິໄນພວກກ່ຽວຂ້ອງ ທີ່ເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ແລະ ເປັນຄະນະບ້ານ ທັງໝົດ 26 ຄົນ ຊຶ່ງບຸກລຸກທີ່ດິນ ໃນເຂດປ່າປ້ອງກັນ ຢູ່ພູພຽງບໍລະເວນ ແລະປ່າຜະລິດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ນັ້ນ.
ພະນັກງານ ຜູ້ກະທໍາຄວາມຜິດ ແລະຖືກລົງວິໄນ ທີ່ວ່ານັ້ນ ກໍຍັງເຫັນວ່າ ເຮັດວຽກຕາມປົກກະຕິຢູ່ ບໍ່ຖືກປົດຕໍາແໜ່ງ ຫຼືຖືກໄລ່ອອກຈາກການ, ມີແຕ່ຍ້າຍໜ້າທີ່ ຫຼືວ່າເຮັດສໍ່າໃດສໍ່າໜຶ່ງ ບໍ່ເດັດຂາດ, ນອກຈາກຜູ້ມີຕໍາແໜ່ງນາຍບ້ານ ທີ່ຖືກປົດ, ບໍ່ຈັບໃສ່ຄຸກໃສ່ຄາ ຄືຫວຽດນາມ. ຍ້ອນການປາບປາມ ບໍ່ເດັດຂາດຄືແນວນັ້ນ ຈຶ່ງເຮັດໃຫ້ປະຊາຊົນເຊື່ອວ່າ ຍັງມີການສໍ້ລາດບັງຫຼວງ ຢູ່ອີກຫຼາຍ, ຢູ່ລາວ ມີພັກດຽວ ຜູ້ດຽວເຮັດ ຜູ້ດຽວເວົ້າແລ້ວກໍແລ້ວ ດັ່ງປະຊາຊົນລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ ນີ້ວ່າ:
”ເວົ້າຄວາມເປັນຈິງ ອັນນີ້ ບົນພື້ນຖານ ໂອຍຫຼາຍ ຄັນກວດພົບແລ້ວ ພັດມີແຕ່ຍ້າຍໜ້າທີ່ ຂອງມັນຫັ້ນ ຫຼືວ່າສໍ່າໃດສໍ່າໜຶ່ງຊື່ໆ ມັນບໍ່ເຮັດແບບເດັດຂາດເລີຍ ຄືຫວຽດນາມ ແມ່ນຫຍັງ ເຂົາຈັບໃສ່ຄຸກໃສ່ຄາຫັ້ນ ເຖິງຂັ້ນປະຫານຊີວິດເລີຍ ຄັນມັນຫຼາຍອີ່ຫຼີ ແນວນັ້ນ ຄົນຈັ່ງຈະນັບຖື ປະເທດຊາດມັນຊິຈະເລີນ. ຢູ່ລາວ ທຸກມື້ນີ້ ກະແມ່ນວ່າມີພັກດຽວ ຜູ້ດຽວເຮັດ ຜູ້ດຽວເວົ້າ ແລ້ວກໍແລ້ວ.”
ໃນຂະນະດຽວກັນ ອາດີດພະນັກງານທ່ານໜຶ່ງ ກໍເວົ້າວ່າ ການສໍ້ລາດບັງຫຼວງຢູ່ປະເທດລາວ ບໍ່ມີວັນທີ່ຈະໝົດໄປໄດ້ ຍ້ອນວ່າ ກົດໝາຍ ແລະບົດລົງໂທດ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຈິງຈັງ ຕໍ່ຜູ້ກະທໍາຜິດ ແລະເຊື່ອວ່າ ໃນປັດຈຸບັນນີ້ ການສໍ້ລາດບັງຫຼວງຢູ່ລາວ ຍັງສືບຕໍ່ ມີຢູ່ໃນຫຼາຍແຂວງ ແລະ ຢູ່ບ້ານເຮົາ ກໍຈະມີ:
”ບ້ານເຮົາ ຊິມີຢູ່ຫັ້ນແຫຼະ ແລະກໍບໍ່ໄປຕາມງົບ ຍ້ອນວ່າ ກົດໝາຍ ບົດລົງໂທດ ກະໜ້ອຍທີ່ສຸດຫັ້ນລະ ບໍ່ປະຕິບັດຈິງຈັງຫັ້ນແຫຼະ.”
ແລະປະຊາຊົນລາວ ອີກຜູ້ໜຶ່ງ ກໍເວົ້າວ່າ ລັດຖະບານລາວ ກໍມັກກວດພົບ ພະນັກງານ-ລັດຖະກອນ ສໍ້ລາດບັງຫຼວງ ຢູ່ຕະຫຼອດ. ມີຫຼາຍ ເພາະທີ່ຜ່ານມາ ບໍ່ໄດ້ມີການລົງໂທດ ຜູ້ກະທໍາຄວາມຜິດ ແບບເອົາອີ່ຫຼີອີ່ຫຼໍ ຖ້າບໍ່ມີຜົນເສຍຫາຍຮ້າຍແຮງ ຕໍ່ພັກ-ລັດ ດັ່ງນັ້ນ ຈຶ່ງເຮັດໃຫ້ຜູ້ກະທໍາຜິດ ບໍ່ຢ້ານ, ການກວດກາ ກໍຍັງພົບຫຼາຍຢູ່ ຕະຫຼອດ:
”ກະກວດກາ ກະພົບຢູ່ຈັ່ງຊັ້ນແຫຼະ ຫຼາຍຈົນໂອຍນັບບໍ່ໄດ້ດອກ ໄປຄັນວ່າເອົາອີ່ຫຼີອີ່ຫຼໍຫັ້ນນ່າ ຜູ້ທີ່ເຂົາລົງໂທດນໍ ຜູ້ທີ່ເຂົາຈັບໄດ້ ວ່າຈັ່ງຊັ້ນສະ ມັນໜັກແຮງແຫຼະ ຜູ້ນັ້ນນ່າ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ລາວ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ກໍເວົ້າວ່າ ສໍາລັບເລື່ອງການສໍ້ລາດບັງຫຼວງນີ້ ລັດຖະບານ ມີການກວດກາທຸກປີ. ທີ່ຜ່ານມາ ກໍມີການກວດພົບຫຼາຍຢູ່ ເປັນຕົ້ນ ໃນປີ 2024 ທີ່ຜ່ານມາ ກໍໄດ້ກວດພົບຜູ້ພົວພັນກັບການສໍ້ລາດບັງຫຼວງ 208 ຄົນ, ໄດ້ດໍາເນີນຄະດີສໍາເລັດ 4 ເລື່ອງ, ມີຄວາມເສຍຫາຍ 115.08 ຕື້ກີບ, 25.68 ລ້ານໂດລ້າສະຫະລັດ, 5.8 ລ້ານຢວນ, 3.2 ລ້ານບາດ ຊຶ່ງສ່ວນໃຫຍ່ ແມ່ນຍັກຍອກເອົາເງິນຂອງລັດ ໄປໃຊ້ສ່ວນຕົວ.
ທ່ານເວົ້າວ່າ ຜູ້ກະທໍາຜິດ ມີແຕ່ໄດ້ຖືກລົງວິໄນ ບໍ່ໄດ້ຖືກລົງໂທດຮ້າຍແຮງ ເພາະຍັງມີນະໂຍບາຍຜ່ອນຜັນຫຼາຍຢູ່, ມີການແກ້ໄຂ ແຕ່ຢູ່ໃນຂັນບໍລິຫານຊື່ໆ ຄືມີພຽງແຕ່ລົງວິໄນ ໃຫ້ອອກຈາກຕໍາແໜ່ງ ຫຼືໃຫ້ມອບເງິນຄືນໃຫ້ລັດ ກໍແລ້ວໄປ, ແຕ່ບາງກໍລະນີ ທີ່ຮ້າຍແຮງ ກໍສັ່ງຟ້ອງຂຶ້ນສານ ຕັດສິນລົງໂທດໃສ່ຄຸກ:
”ເພິ່ນກວດເຫັນແລ້ວ ເພິ່ນໃຫ້ມອບເຂົ້າງົບປະມານຂອງລັດຫັ້ນນ່າ ຍົກໂຕຢ່າງວ່າ ເຮົາເກັບຄ່າທໍານຽມ ຄ່າບໍລິການ ຄັນບໍ່ຈ່າຍ ກໍແມ່ນໄດ້ຖືກປະຕິບັດວິໄນຫັ້ນແລ້ວ ຄັນຕາມລະບຽບມັນ ແຕ່ວ່າລັດເຮົາກໍມີນະໂຍບາຍສູງຢູ່ດອກ ເພິ່ນຍັງບໍ່ທັນໄດ້ເຮັດ ມາດຕະການລັກສະນະນັ້ນ ບາງແຂວງ ເພິ່ນກໍໃສ່ລະບຽບເດ ຖືກຄຸກ ມັນເກີນຈັກທໍ່ໃດຕື້ເດ ຄັນວ່າເຮົາໃຊ້ເສຍແລ້ວ ກໍແລ້ວຫັ້ນນໍ.”
ແລະວ່າ ປັດຈຸບັນ ຍັງມີຄໍາຮ້ອງກ່ຽວກັບ 304 ຄະດີ ທີ່ພົວພັນກັບບັນຫາທີ່ດິນ ຊຶ່ງຈະສືບຕໍ່ຄົ້ນຄວ້າ ພິຈາລະນາ ຍ້ອນປະຊາຊົນບໍ່ພໍໃຈ ນໍາການແກ້ໄຂ ຂອງອົງການບໍລິຫານຂອງລັດ ແລະ ການປະຕິບັດໜ້າທີ່ ຂອງພະນັກງານລັດ ແລະເຈົ້າໜ້າທີ່ຕໍາຫຼວດ.
ມາເຖິງປັດຈຸບັນ ການສໍ້ລາດບັງຫຼວງ ຢູ່ ສປປ ລາວ ກໍຍັງມີຫຼາຍ ແລະໜັກໜ່ວງຢູ່. ອີງຕາມການຈັດອັນດັບ ຂອງອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ທີ່ລາຍງານ ໃນມື້ວັນທີ 11 ກຸມພາ 2025 ກ່ຽວກັບດັດຊະນີ ການຮັບຮູ້ ການສໍ້ລາດບັງຫຼວງ (Corruption Perceptions Index) ປະຈໍາປີ 2024 ແລ້ວແມ່ນວ່າ ສປປ ລາວ ຖືກຈັດໃຫ້ຢູ່ ໃນອັນດັບທີ 114 ຄືດີຂຶ້ນແດ່ ຈາກປີ 2023 ທີ່ຖືກຈັດໃຫ້ຢູ່ ໃນອັນດັບທີ 136.